ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະວາງທິດທາງແຜນການປີ 2026
ຄະນະໂຄສະນາອົບຮົມແຂວງສະຫຼຸບວຽກງານຮອບດ້ານ ປະຈຳປີ 2025 ແລະວາງທິດທາງແຜນການປີ 2026 ໃນວັນທີ 03 ກຸມພາ 2026, ທີ່ຫ້ອງປະຊຸມຂອງພະແນກ ວັດທະນະທຳ ແລະການທ່ອງທ່ຽວແຂວງ. ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດໄດ້ຈັດ ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມ ປະຈຳປີ 2025 ແລະວາງທິດທາງແຜນການປີ 2026 ຂອງຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານມີ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ທ່ານ ພູລຳພອນ ສີຫາວົງ ຄະນະປະຈຳພັກແຂວງ ...