
ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ເນັ້ນຄະນະໂຄສະນາອົບຮົມເມືອງເຊໂປນແລະພະນັກງານວິຊາການສື່ມວນຊົນເອົາໃຈໃສ່ດ້ານຄວາມສາມັກຄີແລະວິຊາສະເພາະ
ໂອກາດລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານການເມືອງ-ແນວຄິດແລະເກັບກຳຫາງສຽງສັງຄົມຢູ່ 4ເມືອງເປົ້າໝາຍຄື: ເມືອງນອງ, ເມືອງເຊໂປນ, ເມືອງພີນແລະເມືອງພະລານໄຊ ຂອງທ່ານ ສົມໃຈ ສີສົມພອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກຂໍ້ມູນຂ່າວສານແລະຫາງສຽງສັງຄົມ ແລະ ຄະນະ. ໃນລະຫວ່າງວັນທີ 24-26 ມິຖຸນາ 2026 ຜ່ານມາ.
ທ່ານຍັງໄດ້ມີໂອກາດ ພົບປະໂອ້ລົມກັບຄະນະໂຄສະນາອົບຮົມເມືອງເຊໂປນ ແລະ ພະນັກງານວິຊາການສື່ມວນຊົນ. ເຊິ່ງສ່ວນໃຫຍ່ ຈະເນັ້ນເຖິງຄວາມສາມັກຄີຂອງອ້າຍນ້ອງພະນັກງານເປັນຫຼັກ ພາຍຫຼັງການປັບປຸງກົງຈັກການຈັດຕັ້ງສຳເລັດ. ນອກນີ້ ຍັງມີວຽກງານການຄຸ້ມຄອງສື່ມວນຊົນໃນດ້ານອື່ນໆຕື່ມອີກ.
ເປົ້າໝາຍ ກໍເພື່ອຮັບປະກັນໃຫ້ວຽກງານການເມືອງ-ແນວຄິດ ແລະ ການເກັບກຳຫາງສຽງສັງຄົມ ຢູ່ຂັ້ນຮາກຖານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ທັງເປັນການຍົກສູງຄຸນນະພາບຂອງລະບົບສື່ມວນຊົນ ແລະ ໂທລະໂຄ່ງຂັ້ນເມືອງ-ຂັ້ນບ້ານ ໃຫ້ສາມາດເປັນກະບອກສຽງທີ່ແຫຼມຄົມ, ສົ່ງຕໍ່ຂໍ້ມູນຂ່າວສານ, ແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄປເຖິງປະຊາຊົນບັນດາເຜົ່າ ຢ່າງທົ່ວເຖິງ, ຖືກຕ້ອງ ແລະ ທັນການ, ແນໃສ່ສ້າງຄວາມຮັບຮູ້ ແລະ ຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ.
ເພື່ອຊຸກຍູ້ ແລະ ຕິດຕາມຄວາມພ້ອມຮອບດ້ານ ໃນການປັບປຸງລະບົບເຕັກນິກ, ພາຫະນະອຸປະກອນ, ບຸກຄະລາກອນ ແລະ ຜັງລາຍການຂອງສະຖານີວິທະຍຸຢູ່ເມືອງດັ່ງກ່າວ ໃຫ້ມີຄວາມພ້ອມຢ່າງເຕັມສ່ວນ ທີ່ຈະທໍາການອອກອາກາດຢ່າງເປັນທາງການໃນຕົ້ນເດືອນໜ້ານີ້, ເພື່ອຮັບໃຊ້ໜ້າທີ່ການເມືອງຂອງທ້ອງຖິ່ນ ແລະ ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ການບັນເທີງ ໃຫ້ແກ່ສັງຄົມຢ່າງມີຄຸນນະພາບ.
ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມ ແລະ ສື່ມວນຊົນຢູ່ເມືອງດັ່ງກ່າວ ມີການຫັນປ່ຽນຢ່າງຕັ້ງໜ້າ ພາຍຫຼັງການປັບປຸງກົງຈັກການຈັດຕັ້ງ, ສ້າງຄວາມພ້ອມດ້ານບຸກຄະລາກອນ ແລະ ເຕັກນິກວິທະຍຸໃຫ້ສາມາດດໍາເນີນການອອກອາກາດໄດ້ຕາມແຜນການ.
