ປະກາດສ້າງຕັ້ງຫ້ອງການຄະນະສະມາຊິກສະພາ ປະຈຳເຂດເລືອກຕັ້ງເມືອງພີນ

ໃນຕົ້ນເດືອນພະຈິກ 2026ນີ້ ທີ່ເມືອງພີນ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດສ້າງຕັ້ງ ແລະ ເປີດນຳໃຊ້ ຫ້ອງການຄະນະສະມາຊິກສະພາ ປະຈຳເຂດເລືອກຕັ້ງເມືອງພີນ. ໂດຍການເປັນປະທານຂອງທ່ານ ສີສະຫວາດ ເພັງທະລັງສີ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ.

ທ່ານ ພູລັດຕະນະ ພົມມະຫາໄຊ ກຳມະການພັກແຂວງ ເລຂາພັກເມືອງ ທັງເປັນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງພີນ ໄດ້ລາຍງານສະພາບການເຄື່ອນໄຫວຂອງຄະນະສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງພີີນ, ເຊິ່ງຜ່ານມາ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພີນ ມີທັງໝົດ 5 ທ່ານ, ຍິງ 1ທ່ານ, ປະຈຳຢູ່ເມືອງ 4 ທ່ານ, ປະຈຳຢູ່ຫ້ອງການສະພາປະຊາຊົນແຂວງ 1 ທ່ານ.

ໃນພິທີ ທ່ານຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຍັງໄດ້ຜ່ານມະຕິວ່າດ້ວຍການສ້າງຕັ້ງຫ້ອງການຄະນະສະມາຊິກສະພາ ປະຈຳເຂດເລືອກຕັ້ງເມືອງພີນ ແລະ ມະຕິວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພີນ. ເຊິ່ງໄດ້ຕົກລົງແຕ່ງຕັ້ງທ່ານ ພູລັດຕະນະ ພົມມະຫາໄຊ ກຳມະການພັກແຂວງ ເລຂາພັກເມືອງ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພີນ, ແຕ່ງຕັ້ງທ່ານ ອິດສະຫຼະ ພິມມະສອນ ກຳມະການພັກເມືອງ ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພີນ, ທັງເປັນຫົວໜ້າຫ້ອງການສະພາປະຊາຊົນແຂວງ ປະຈຳເມືອງພີນ, ພ້ອມນັ້ນ ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານ-ລັດຖະກອນ ປະຈຳຢູ່ຫ້ອງການດັ່ງກ່າວ. ເຊິ່ງໄດ້ແຕ່ງຕັ້ງທ່ານ ໄຊພອນ ຫຼວງຊະນະ ເປັນຮອງຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງພີນ, ແຕ່ງຕັ້ງທ່ານ ສົມບູນ ແກ້ວໜູສິງ ເປັນຫົວໜ້າໜ່ວຍງານບໍລິຫານ, ທ່ານ ໂຕ່ ສີວົງໄຊ ເປັນຫົວໜ້າໜ່ວຍງານຄົ້ນຄວ້າ-ສັງລວມ ແລະ ທ່ານ ນາງ ແວວພະຈັນ ວໍລະຈິດ ເປັນຮອງຫົວໜ້າໜ່ວຍງານຄົ້ນຄ້ວາ-ສັງລວມ ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງພີນ, ພ້ອມຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ທ່ານ ແກ້ວວິໄສ ອິນທິລາດ ອະດີດການນຳຂອງເມືອງ ແລະ ອະດີດຫົວໜ້າຄະນະສະມາຊິກສະພາ ປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພີນ ເຂົ້າຮັບອຸດໜູນບຳນານ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa