ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ສະຫຼຸບວຽກງານຮອບດ້ານ ໄລຍະ 9 ເດືອນ ແລະ ເຫັນວ່າມີຜົນງານຫຼາຍດ້ານທີ່ພົ້ນເດັ່ນ

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໃນໄລຍະ 9 ເດືອນ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2026 ໄດ້ຈັດຂຶ້ນ ໃນວັນທີ 4 ພະຈິກນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ.

ໃນກອງປະຊຸມ ທ່ານ ລຳມະທຸ ແສງສຸລິຈັນ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 9 ເດືອນທີ່ຜ່ານມາ, ຫ້ອງວ່າການປົກຄອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ນໍາພາການເມືອງ-ແນວຄິດ, ຈັດຕັ້ງຜັນຂະຫຍາຍມະຕິຄໍາສັ່ງ, ກົດໝາຍ, ລະບຽບການ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງແຂວງ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຂວງ (2026-2030). ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງລັດຖະບານ ກໍ່ຄືຂອງແຂວງ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ.

ດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຄະນະນຳ, ພະນັກງານ-ລັດຖະກອນເປັນປະຈຳ, ມີທັດສະນະການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ເຂົ້າຮ່ວມ ແລະ ເປັນເຈົ້າພາບຈັດການເຊື່ອມຊຶມ, ເຜີຍແຜ່ເອກະສານ, ມະຕິ, ຄຳສັ່ງ ແລະ ປາຖະກະຖາວັນສຳຄັນຕ່າງໆຂອງພັກ-ຂອງຊາດ. ປັບປຸງກົງຈັກການຈັດຕັ້ງ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍດ້ານຊັ້ນ-ຂັ້ນເງິນເດືອນ, ການຍົກຍ້າຍ, ການປະເມີນ ແລະ ການອອກບຳນານຂອງພະນັກງານ-ລັດຖະກອນຢ່າງຖືກຕ້ອງຕາມລະບຽບກົດໝາຍ.

ດ້ານວຽກງານບໍລິຫານ, ເສນາທິການ ແລະ ພິທີການ ເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ ແລະ ຄະນະພັກຮາກຖານ ຫ້ອງວ່າການແຂວງ ໃນການກັ່ນກອງ, ຮ່າງ ແລະ ອອກເອກະສານທາງການ, ມະຕິ, ຄຳສັ່ງຢ່າງທັນເວລາ. ຮັບໃຊ້ກອງປະຊຸມ ຄະນະບໍລິຫານງານພັກແຂວງ, ກອງປະຊຸມ ປະທານ, ຮອງປະທານປົກຄອງແຂວງ, ກອງປະຊຸມຄະນະປະຈຳ ແລະ ກອງປະຊຸມວິຊາການຕ່າງໆ. ຈັດຕັ້ງຕ້ອນຮັບແຂກຂັ້ນກາງ, ຂັ້ນທ້ອງຖິ່ນ, ແຂກພາຍໃນ ແລະຕ່າງປະເທດຢ່າງມີພິທີການ ແລະ ເປັນລະບຽບຮຽບຮ້ອຍ, ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ເປັນເສນາທິການໃຫ້ຄະນະຫ້ອງວ່າການ ກໍ່ຄືການນຳແຂວງ ໃນການຄົ້ນຄວ້າ, ວິເຄາະວິໄຈບັນຫາຕ່າງໆໃຫ້ການນຳແຂວງ ຊີ້ນຳໄດ້ຢ່າງທັນການ.

ກອງປະຊຸມ ກໍໄດ້ວາງທິດທາງແຜນການສູ້ຊົນ ໃນ 3 ເດືອນທ້າຍປີ 2026 ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa