ການປະມູນການທາບທາມໂຄງການສະໜອງອຸປະກອນລະບົບໂທລະໂຄ່ງ ພ້ອມຕິດຕັ້ງໃຫ້ 11 ບ້ານຂອງແຂວງ

ການປະມູນການທາບທາມໂຄງການສະໜອງອຸປະກອນລະບົບໂທລະໂຄ່ງ ພ້ອມຕິດຕັ້ງໃຫ້ 11 ບ້ານຂອງແຂວງ
ທີ່ຫ້ອງປະຊຸມຂອງຫ້ອງ ການຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ, ໃນວັນ ທີ 19 ມິຖຸນາ 2026 ໄດ້ມີກອງ ປະຊຸມເພື່ອເຮັດບົດບັນທຶກເປີດ ຊອງປະມູນທາບທາມໂຄງ ການສະໜອງອຸປະກອນລະ ບົບໂທລະໂຄ່ງ ພ້ອມຕິດຕັ້ງໃຫ້ 11 ບ້ານຂອງແຂວງສະຫວັນ ນະເຂດ. ໃຫ້ກຽດເຂົ້າຮ່ວມ ເປັນປະທານໃນກອງປະຊຸມ ທາບທາມລາຄາໃນຄັ້ງນີ້ໂດຍ

ມີທ່ານ ສຸດໃຈ ໄຊຍະວົງ ຮອງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ, ທ່ານ ໝອນຄຳ ລິນພູມີ ຮອງຫົວໜ້ພະແນກການເງິນ ປະຈຳແຂວງ, ມີບັນດາທ່ານ ຮອງຫົວໜ້າຄະນະໂຄສະນາ ອົບຮົມແຂວງ, ບັນດາທ່ານຄະ ນະກຳມະການຕາມຂໍ້ຕົກລົງ ຂອງຄະນະກຳມະການປົກຄອງ ແຂວງສະຫວັນນະເຂດ ເລກທີ 982/ຄປຂ, ລົງວັນທີ 20 ພຶດ ສະພາ 2026 ພ້ອມດ້ວຍຕົວ ແທນຈາກ 3 ຮ້ານທີ່ເຂົ້າຮ່ວມ ຍື່ນຊອງປະມູນໃນໂຄງການ ດັ່ງກ່າວກໍ່ໄດ້ເຂົ້າຮ່ວມ. ໃນນີ້, ລາຄາທີ່ບັນດາຮ້ານຕ່າງໆໃສ່ ໃນໃບສະເໜີລາຄາມີຄື: ຮ້ານ ມີໄຊເຄື່ອງໃຊ້ໄຟຟ້າ ແລະ ຄອມພິວເຕີ ສະເໜີມາໃນມູນ ຄ່າ 343,414,000 ກີບ (ລາ ຄາຕໍ່າທີ 3), ຮ້ານໂຈ້ອີເລັກ ໂຕຼນິກສະຫວັນນະເຂດ ສະເໜີ ມາໃນມູນຄ່າ 295,966,000 ກີບ (ລາຄາຕໍ່າທີ 1), ຮ້ານ ສິນທະລາເຄື່ອງໃຊ້ໄຟຟ້າ ແລະ ແອເຢັນສະເໜີມາໃນມູນຄ່າ 319,400,000 ລ້ານກີບ, ອີງ ຕາມການປຽບທຽບລາຄາ ແລ້ວຮ້ານ ໂຈ້ ອີເລັກໂຕຼ ນິກ ສະຫວັນນະເຂດໃນມູນຄ່າ 295,966,000 ກີບ ເຊິ່ງມີມູນ ຄ່າຕໍ່າສຸດ ແລະຕໍ່າກວ່າແຈ້ງ ການແຜນການລົງທຶນຂອງລັດ ປະຈຳປີ 2026 ໂຄງການຂອງ ຄະນະໂຄສະນາອົບຮົມແຂວງ ມູນຄ່າ 295,970,000 ກີບ, ມູນຄ່າສ່ວນຕ່າງແມ່ນ 4,000 ກີບ. ດັ່ງນັ້ນ, ຈິ່ງໄດ້ເຮັດບົດ ບັນທຶກການເປີດຊອງປະມູນ ໄວ້ເພື່ອເປັນຫຼັກຖານ ແລະ ເປັນບ່ອນອີງໃນການປະເມີນ ຜົນການປະມູນຂັ້ນຕໍ່ໄປ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa