ພະນະທ່ານ ບຸນຍັງ ວໍລະຈິດ ເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ

ພະນະທ່ານ ບຸນຍັງ ວໍລະຈິດ ເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ
   ໃນວັນທີ 2 ກໍລະກົດ 2026, ພະນະທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງມາຢ້ຽມຢາມ ແລະເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ, ເຊິ່ງໃນໂອກາດດັ່ງກ່າວ ທ່ານກໍ່ໄດ້ໃຫ້ກຽດພົບປະໂອ້ລົມຄະນະພັກ-ຄະນະນຳ ແລະພະນັກງານຫຼັກແຫຼ່ງຂອງແຂວງສະຫວັນນະເຂດ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ. ໂດຍການຕ້ອນຮັບຂອງທ່ານ ວາລີຍະ ສີຈັນທອງທິບ ຮອງເລຂາພັກແຂວງສະຫວັນນະເຂດ ພ້ອມດ້ວຍບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ-ຄະນະບັນຊາກຳລັງ ປກຊ-ປກສ ແຂວງ ຕະຫຼອດເຖິງຄະນະຮາກຖານ-ໜ່ວຍພັກຮາກຖານພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

 
  ໂອກາດນີ້, ທ່ານ ວາລີຍະ ສີຈັນທອງທິບ ກໍ່ໄດ້ລາຍງານກ່ຽວກັບການນຳພາ-ຊີ້ນຳວຽກງານທີ່ພົ້ນເດັ່ນໃນການຈັດຕັ້ງຜັນຂະຫາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2026 ເຊິ່ງມີບາງຕອນສຳຄັນວ່າ: ມາຮອດປະຈຸບັນ, ການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຂວງ ໄດ້ສຳເລັດແລ້ວ 2 ເປົ້າໝາຍ(ຄະນະບໍລິຫານງານພັກແຂວງທັງໝົດ ແລະຄະນະບໍລິຫານງານພັກເມືອງທັງໝົດ), ສ່ວນການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ໂຄງການ-ການເມືອງສະບັບທີ 3 ຂອງພັກ, ມາຮອດປະຈຸບັນ ໄດ້ສຳເລັດແລ້ວໃນ 5 ເມືອງ, 1 ນະຄອນ, ສໍາລັບພະແນກການອ້ອມຂ້າງແຂວງສຳເລັດແລ້ວ 12 ພະແນກການ; ດ້ານການນຳພາວຽກງານ ປກຊ-ປກສ ອັນພົ້ນເດັ່ນ ໄດ້ສຳເລັດການຝຶກອົບຮົມຫັດແອບ, ສ້າງທ່າສະໜາມສູ້ຮົບປ້ອງກັນບໍລິເວນເມືອງສອງຄອນ, ໄດ້ປະກາດຮັບຮອງຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ເອົາໃຈໃສ່ການປັບປຸງກໍ່ສ້າງກໍາລັງທະຫານຊາຍແດນ, ສາມາດເຄື່ອນໄຫວເຮັດໜ້າທີ່ປົກປັກຮັກສາບໍລິເວນຊາຍແດນມີຄວາມສະຫງົບ, ປະສານສົມທົບກັບອົງການກ່ຽວຂ້ອງເຄື່ອນໄຫວກວດກາ, ຄຸ້ມຄອງການປັກຫຼັກໝາຍຊາຍແດນ, ຈັດຕັ້ງກໍາລັງເຄື່ອນໄຫວລາດຕະເວນສອງຝ່າຍ, ລາດຕະເວນຝ່າຍດຽວ, ໄດ້ນຳພາ-ຊີ້ນຳການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫາຍຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 11/ຄລສພ, ລົງວັນທີ 7/5/2026; ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 46/ນຍ, ລົງວັນທີ 13/4/2026; ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 419/ຄປພຂ, ລົງວັນທີ 15/5/2026 ໃຫ້ຄະນະບໍລິຫານງານພັກເມືອງ, ຕາແສງ, ບ້ານ ແລະກຳລັງປ້ອງກັນຄວາມສະຫງົບ ເພື່ອເພີ່ມທະວີການຈັດຕັ້ງວິຊາສະເພາະຢ່າງເຂັ້ມງວດ ໄດ້ແກ້ໄຂການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ(ຄຳຕົກຂ້ອນ, ໄມ້) ສາມາດກັກຕົວຜູ້ຕ້ອງຫາ, ຍຶດອຸປະກອນ, ພາຫະນະ, ເຄື່ອງຈັກ ແລະອຸປະກອນອື່ນໆໃຊເຂົ້າໃນການລັກລອບຮ່ອນຄຳຕົກຂອ້ນຈຳນວນຫຼາຍ; ຍຶດໄມ້ ແລະມ້າງກຸມແກ້ງສໍ້ໂກງທາງໂທລະຄົມ(ແກ້ງສະແກມເມີ້) ໄດ້ 4 ຄັ້ງ, ກັກໂຕຜູ້ຕ້ອງຫາ; ນອກນັ້ນ ຍັງໄດ້ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ຮັບປະກັນຄວາມສະຫງົບໃນສັງຄົມໄດ້ໂດຍພື້ນຖານ; ສຳລັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ: ຄະນະບໍລິຫານງານພັກແຂວງ ໄດ້ຖືເອົາວຽກງານດັ່ງກ່າວ ເປັນວຽກທີ່ສຳຄັນ, ຜ່ານການຈັດຕັ້ງປະຕິບັດ ເຮັດໃຫ້ຫຼາຍຄາດໝາຍ ແລະຕົວຊີ້ບອກ ສາມາດບັນລຸ ແລະມີຄວາມຄືບໜ້າໃນລະດັບດີ, ເຊິ່ງແຂວງສະຫວັນນະເຂດ ສາມາດສ້າງເມືອງພົ້ນທຸກໄດ້ເພີ່ມຂຶ້ນ 6 ເມືອງ, ລວມເປັນ 11 ເມືອງ ແລະນະຄອນ; ສ້າງຄອບຄົວພົ້ນທຸກ 156,370 ຄອບຄົວ, ກວມເອົາ 89.50%, ສ້າງຄອບຄົວພັດທະນາ 130,884 ຄອບຄົວ, ກວມເອົາ 74.80%, ສ້າງບ້ານພົ້ນທຸກ 823 ບ້ານ, ກວມ 79.59%, ສ້າງບ້ານພັດທະນາໄດ້ 317 ບ້ານ, ກວມເອົາ 30.65%ຂອງຈຳນວນບ້ານທົ່ວແຂວງ; ດ້ານເສດຖະກິດ ໂດຍລວມຍັງສືບຕໍ່ຂະຫຍາຍຕົວ ແລະມີທ່າອ່ຽງທີ່ດີຂຶ້ນ, ລວມຍອດຜະລິດຕະພັນພາຍໃນ(GDP) ຄາດຄະເນຢູ່ໃນລະດັບ 6.2%, ດ້ວຍມູນຄ່າລາຄາໃນປີ 25,786.46 ຕື້ກີບ, ເທົ່າກັບ 62.43%ຂອງແຜນການປີ, ສະເລ່ຍລາຍໄດ້ຕໍ່ຄົນໄດ້ 22.17 ລ້ານກີບ/ຄົນ.
    ໂອກາດດັ່ງກ່າວ, ພະນະທ່ານ ບຸນຍັງ ວໍລະຈິດ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ກໍ່ຄືຄວາມພະຍາຍາມຂອງຂອງຄະນະພັກ-ຄະນະນຳຂອງແຂວງໃນການນຳພາ-ຊີ້ນຳການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວໄປຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະການແກ້ໄຂຄວາມທຸກຍາກຂອງປະຊາ ຊົນບັນດາເຜົ່າທີ່ມີຜົນສຳເລັດໃນຫຼາຍດ້ານ, ພ້ອມດຽວກັນນີ້ ທ່ານຍັງໄດ້ເນັ້ນໃຫ້ຄະນະນຳຂອງແຂວງ ເອົາໃຈໃສ່ຕື່ມຕໍ່ວຽກງານການເມືອງ-ແນວຄິດ ເຊິ່ງເປັນວຽກງານທີ່ສຳຄັນ ໂດຍສະເພາະໃນຂັ້ນຮາກຖານ ຕ້ອງໄດ້ມີການປັບປຸງ ເພື່ອໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ເນື່ອງຈາກວ່າໃນປະຈຸບັນ ພວກກຸ່ມຄົນບໍ່ຫວັງດີ ຍັງສຸມຄວາມພະຍາຍາມເພື່ອມ້າງເພທຳລາຍພັກເຮົາ ແລະສ້າງຄວາມປັ່ນປ່ວນໃນສັງຄົມ ດ້ວຍຫຼາຍຮູບຫຼາຍແບບ, ສະນັ້ນ ພວກເຮົາຈະຕ້ອງໄດ້ມີສະຕິຕື່ນຕົວຮັກຊາດ, ມີຄວາມສາມັກຄີພາຍໃນໜັກແໜ້ນ, ສິ່ງສຳຄັນພວກເຮົາ ຕ້ອງໄດ້ມີຄວາມຕັດສິນໃຈສູງ ແລະເດັດຂາດ ເມື່ອເກີດມີບັນຫາ ແລະສະພາບການເກີດຂຶ້ນ, ຈາກນີ້ກໍ່ໃຫ້ພ້ອມກັນສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນບັນຫາຢາເສບຕິດ ຊຶ່ງໃນປະຈຸບັນ ໄດ້ແຜ່ລາມໄປຢ່າງກວ້າງຂວາງ ອັນໄດ້ກະທົບຕໍ່ການພັດທະນາສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະສົ່ງຜົນເສຍຫາຍຢ່າງໜັກໜ່ວງຕໍ່ລູກຫຼານພວກເຮົາທີ່ເປັນອະນາຄົດຂອງປະເທດຊາດ, ພ້ອມດຽວກັນນີ້ ຕໍ່ກັບການສ້າງຕັ້ງຕາແສງ ແມ່ນຢາກໃຫ້ກຳນົດພາລະບົດບາດໃຫ້ລະອຽດຕື່ມອີກ, ສ່ວນພະນັກງານທີ່ຈະປະກອບເຂົ້າໃນແຕ່ລະຕາແສງ ຕ້ອງໄດ້ມີການເລືອກເຟັ້ນເພື່ອໃຫ້ແທດເໝາະກັບສະພາບການຕົວຈິງຂອງແຕ່ລະເຂດແຕ່ລະທ້ອງຖິ່ນ, ສຳຄັນຕ້ອງໄດ້ມີການຍົກລະດັບຢ່າງຕໍ່ເນື່ອງ ໃຫ້ມີຄວາມຮູ້, ຄວາມສາມາດ ເພື່ອນຳພາປະຊາຊົນປະຕິບັດຕົວຈິງໄດ້ຢ່າງມີປະສິດທິພາບປະສິດທິຜົນ, ພ້ອມນີ້ ທ່ານກໍ່ຍັງໄດ້ໃຫ້ທິດຊີ້ນຳໃນຫຼາຍບັນຫາສຳຄັນ ເພື່ອເປັນທິດເຍືອງທາງແກ່ຄະນະພັກ-ຄະນະນຳຂັ້ນຕ່າງໆຂອງແຂວງສະຫວັນນະເຂດຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa