
ແຂວງສະຫວັນນະເຂດວາງສີລາລຶກກໍ່ສ້າງ “ພຣະພຸດທະສຸວັນມຸງຄຸນສົມບູນໂຊກ” ທີ່ບໍລິເວນແຄມຂອງນະຄອນໄກສອນພົມວິຫານ
ໃນຕອນເຊົ້າວັນທີ 28 ມິຖຸນາ 2026 ທີ່ສວນສາທາລະນະແຄມຂອງ ໜ້າວັດໃຫຍ່ໄຊຍະພູມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີວາງສີລາລຶກການກໍ່ສ້າງ “ພຣະພຸດທະສຸວັນມຸງຄຸນສົມບູນໂຊກໂລກະເຊດວິເສດສາສະດາ” ຫຼື “ພຣະເຈົ້າໃຫຍ່ປະທານພອນສົມບູນໂຊກ” ທີ່ມີຄວາມສູງ 39 ແມັດ, ໃນພິທີໄດ້ຮັບກຽດຝ່າຍສົງໂດຍພຣະອາຈານໃຫຍ່ ປານ ສຸພັນໂທ ປະທານ ອພສ ແຂວງສະຫວັນນະເຂດ ພ້ອມຄະນະພະມະຫາເຖຣານຸເຖຣະ ຈຳນວນ 108 ອົງ;
ຝ່າຍຄາລະວາດມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ທ່ານ ນາງ ຄຳເມິງ ວໍລະຈິດ ພັນລະຍາທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ, ເມືອງ,ອົງການຈັດຕັ້ງທຸກຂັ້ນ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ ແລະບັນດາແຂກທີ່ຖືກເຊີນເຂົ້າຮ່ວມຢ່າງຫຼວງຫຼາຍ.
ພຣະພຸດທະຮູບອົງນີ້, ມີນາມວ່າ: “ພຣະພຸດທະສຸວັນມຸງຄຸນສົມບູນໂຊກໂລກະເຊດວິເສດສາສະດາ” ຊຶ່ງສື່ຄວາມໝາຍເຖິງພຣະບໍຣົມສາສະດາຜູ້ປະເສີດສູງສຸດໃນໂລກ ຜູ້ປະທານພອນ ແລະ ປະທານໂຊກໄຊ ໃຫ້ສຳເລັດສົມປາຖະໜາ ໂດຍຈະປະດິດສະຖານເປັນປະທານມະຫາມຸງຄຸນຂອງນະຄອນໄກສອນພົມວິຫານ.
ການກໍ່ສ້າງພຣະພຸດທະຮູບໃນຄັ້ງນີ້ ມີຈຸດປະສົງ ເພື່ອສ້າງເປັນສິລິມຸງຄຸນໃຫ້ແກ່ປະຊາຊົນແຂວງສະຫວັນນະເຂດ, ຈາລຶກເປັນມໍລະດົກທາງປະຫວັດສາດ, ເປັນສະຖານທີ່ສັກກາລະບູຊາຂອງພຸດທະສາສະນິກະຊົນທັງພາຍໃນ ແລະຕ່າງປະເທດ, ພ້ອມທັງເປັນສູນກາງການທ່ອງທ່ຽວດ້ານວັດທະນະທຳ, ສືບສານຮີດຄອງປະເພນີ ແລະຄຸນຄ່າທາງພຸດທະສາສະໜາຂອງຊາດລາວ.
ງານບຸນດັ່ງກ່າວ ໄດ້ຈັດຂຶ້ນລະຫວ່າງວັນທີ 26-28 ມິຖຸນາ 2026 ໂດຍວັນທີ 26 ແມ່ນການກຽມງານ, ຮັບໂມທະນາທານຈາກຜູ້ມີຈິດສັດທາ, ວັນທີ 27 ເປັນພິທີທາງສາສະໜາ ປະກອບດ້ວຍການໄຫວ້ພຣະ, ສະມາທານສິນ, ສູດມົງຄຸນ, ຖວາຍທານ ແລະຢາດນ້ຳຮັບພອນ; ສ່ວນວັນທີ 28 ໄດ້ມີການໃສ່ບາດພຣະສົງ-ສາມະເນນ 108 ອົງ, ກ່ອນຈະເຂົ້າສູ່ພິທີວາງສິລາລຶກຢ່າງເປັນທາງການ.
ໃນໂອກາດດຽວກັນ ຍັງໄດ້ຈັດພິທີມອບ-ຮັບເງິນໂມທະນາທານຈາກສັດທາອອກຕົນຍາດໂຍມ, ບໍລິສັດຫ້າງຮ້ານ ແລະການນຳຂັ້ນຕ່າງໆ ເພື່ອຮ່ວມສົມທົບການກໍ່ສ້າງພຣະພຸດທະຮູບອົງໃຫຍ່ ໂດຍຍອດເງິນບໍລິຈາກເບື້ອງຕົ້ນມີມູນຄ່າກວ່າ 10 ຕື້ກີບ, ສະທ້ອນໃຫ້ເຫັນເຖິງພະລັງແຫ່ງຄວາມສາມັກຄີ, ຄວາມເຫຼື້ອມໃສ ແລະການຮ່ວມໃຈຂອງທຸກພາກສ່ວນ ໃນການສ້າງປູຊະນີຍະສະຖານອັນສຳຄັນ ເພື່ອສືບສານພຸດທະສາສະໜາ ແລະເປັນມໍລະດົກອັນລ້ຳຄ່າໄວ້ໃຫ້ຄົນຮຸ່ນຫຼັງ.
