
ຄະນະໂຄສະນາອົບຮົມແຂວງ ແລະ ບໍລິສັດໂຈ້ເອເລັກໂທນິກ ແຂວງສະຫວັນນະເຂດ ມອບໂທລະໂຄ່ງ ຈຳນວນ 4 ຊຸດ ໃຫ້ບ້ານລຽບຕາມຊາຍແດນຂອງເມືອງນອງ.
ໃນຕອນເຊົ້າ 2 ກໍລະກົດ 2026ນີ້, ທ່ານມົງກຸດເພັດ ວົງພະຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍຄະນະ ແລະ ບໍລິສັດໂຈ້ເອເລັກໂທນິກ ແຂວງສະຫວັນນະເຂດ ໄດ້ລົງມອບໂທລະໂຄ່ງໃຫ້ 4 ບ້ານເມືອງ ນອງຄື: ບ້ານ ປະລຽງ, ບ້ານ ແສນເກາະ, ບ້ານ ອາປອກ ແລະ ບ້ານ ລະເດີ ລວມມູນຄ່າທັງໝົດ 75 ລ້ານກີບ ໂດຍເປັນກຽດຕ້ອນຮັບ ຂອງ ທ່ານ ຄຳ ສໍເສດທິລາດ ກຳມະການພັກເມືອງ ຫົວໜ້າ ຄະນະໂຄສະນາອົບຮົມເມືອງ, ມີອຳນາດການປົກ ຄອງບ້ານເຂົ້າຮ່ວມເປັນສັກຂີພິຍານໃນການ ມອບ – ຮັບ ຄັ້ງນີ້.

ຈຳນວນໂທລະໂຄ່ງທີ່ນຳມາມອບຄັ້ງນີ້ ປະກອບມີ: ດອກປາກເລີ, ແອັມ, ແມັມໂມລີ ຢູເອັກບີ, ໄມໂຄຣໂຟນ, ສາຍໄຟ, ວິທະຍຸ, ຊຸດສາຍລໍ້ຟ້າ ແລະ ເຄື່ອງອຸປະກອນຈຳເປັນທີ່ນຳໃຊ້ເຂົ້າໃນການຕິດຕັ້ງລະບົບ ໂທລະໂຄ່ງ, ໃນພິທີ ປະທານ ກອງປະຊຸມຍັງໄດ້ແນະນຳໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວຽກງານໂທລະໂຄ່ງ ເຊິ່ງແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງ, ການພັດທະນາ ເສດຖະກິດ – ສັງຄົມຂອງບ້ານ, ເຮັດໃຫ້ປະຊາຊົນມີຄວາມຮູ້ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ – ລະບຽບກົດໝາຍຂອງລັດ, ພ້ອມກັນອະນຸລັກປົກປັກຮັກສາມູນເຊື້ອວັດທະນະທຳອັນດີງາມຂອງຊາດກໍ່ຄືຂອງປະຊາຊົນບັນດາເຜົ່າໄວ້ໃຫ້ໝັ້ນຄົງ, ເຮັດໃຫ້ບຸກຄົນ, ຄອບຄົວ ແລະ ບ້ານ ໄດ້ຮັບຮູ້ຂໍ້ມູນຂ່າວສານ, ເຫດບ້ານການເມືອງ ແລະ ນຳເອົາມະຕິ, ຄຳສັ່ງ, ແຈ້ງການ, ລະບຽບການຂ່າວສານຕ່າງໆ ຜ່ານລະບົບໂທລະໂຄ່ງຊຸມຊົນຂອງຕົນໃຫ້ເປັນປົກກະຕິ. ນອກຈາກນັ້ນທາງວິຊາການຂອງບໍລິສັດກໍ່ໄດ້ແນະນຳເຕັກນິກການຕິດຕັ້ງລະບົບໂທລະໂຄ່ງ ໃຫ້ທາງວິຊາການ ຄະນະໂຄສະນາອົຍຮົມ ເມືອງ ແລະ ບ້ານໄດ້ຮັບຮູ້ເຂົ້າໃຈຕື່ມອີກ. ສຸດທ້າຍແມ່ນຮຽກຮ້ອງມາຍັງຄະນະໂຄສະນາອົບຮົມເມືອງສົມທົບກັບອຳນາດການປົກຄອງບ້ານລົງຕິດຕັ້ງໂທລະໂຄ່ງບ້ານໃນຈຸດທີ່ເໝາະສົມໃຫ້ສໍາເລັດ,ບ້ານທີ່ໄດ້ຮັບໂທລະໂຄ່ງລະຕິດຕັ້ງສໍາເລັດແລ້ວຕ້ອງໄດ້ເປັນເຈົ້າການເອົາໃຈໃສປົກປັກຮັກສາ ແລະ ນໍາໃຊ້ຈັດຕັ້ງຜັນຂະຫຍາຍໃນວຽກງານຂອງພັກ-ລັດ,ວຽກງານຂອງບ້ານໃຫ້ເກີດປະໂຫຍດສູງສຸດ.
ໃນພິທີ ທ່ານ ຈິນດາວັນ ບຸດລາສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງນອງ ຍັງໄດ້ເປັນກຽດເຂົ້າຮ່ວມ ມອບ – ຮັບ ໂທລະໂຄ່ງໃນເທື່ອນີ້ນຳອີກ.
