ຄະນະໂຄສະນາອົບຮົມແຂວງ ແລະ ບໍລິສັດໂຈ້ເອເລັກໂທນິກແຂວງສະຫວັນນະເຂດ, ມອບໂທລະໂຄ່ງ 7ຊຸດ ມູນຄ່າ171ລ້ານກວ່າກີບ ໃຫ້ 7 ບ້ານເມືອງເຊໂປນ.

ຄະນະໂຄສະນາອົບຮົມແຂວງ ແລະ ບໍລິສັດໂຈ້ເອເລັກໂທນິກແຂວງສະຫວັນນະເຂດ, ມອບໂທລະໂຄ່ງ 7ຊຸດ ມູນຄ່າ171ລ້ານກວ່າກີບ ໃຫ້ 7 ບ້ານເມືອງເຊໂປນ.
ວຽກງານໂທລະໂຄ່ງແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຫລາຍໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິ,ຄໍາສັ່ງ,ແຈ້ງການ,ລະບຽບຂອງພັກ-ລັດ,ກົດໝາຍຕ່າງໆແລະອື່ນໆຂອງວຽກງານພັກ-ລັດແລະວຽກງານສໍາຄັນຕ່າງໆຂອງບ້ານອອກຜ່ານສື່ທາງໂທລະໂຄ່ງບ້ານໃຫ້ພໍ່ແມ່ປະຊາຊົນຮັບຮູ້ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວແລະທັນເຫດການ,ເພື່ອປະຕິບັດຕາມແຜນການຂະຫຍາຍໂທລະໂຄ່ງລົງສູ່ບ້ານແລະຕາມແຜນການໂຄງການສະໜອງອຸປະກອນໂທລະໂຄ່ງໃຫ້ບ້ານເປົ້າໝາຍລຽບຕາມສາຍທາງເລກ9,ດັ່ງນັ້ນໃນ

    ຕອນເຊົ້າ 3 ກໍລະກົດ 2026ນີ້,ທ່ານມົງກຸດເພັດ ວົງພະຈັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍຄະນະທິມງານ ແລະ ບໍລິສັດໂຈ້ເອເລັກໂທນິກແຂວງສະຫວັນນະເຂດໄດ້ລົງມອບໂທລະໂຄ່ງໃຫ້ 7 ບ້ານເມືອງເຊໂປນມີບ້ານແກ້ງຢາງ,ແກ້ງຫລວງ,ແກ້ງກົກ,ອາລາງ,ອາໄລ,ກະແຫລ່ງກາງແລະຫ້ວຍແຈງຈໍານວນ 7 ຊຸດມູນຄ່າ 171 ລ້ານກວ່າກີບ,ໂດຍແມ່ນທ່ານມຸງກຸດເພັດ ວົງພະຈັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຕ່າງໜ້າເປັນຜູ້ກ່່າວມອບ,ທ່ານບຸນສູງ ໄຊຍະວົງຮອງເລຂາພັກເມືອງ,ປະທານກວດກາພັກ-ລັດເມືອງທັງເປັນຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ,ວຽກງານພັກ-ພະນັກງານຕ່າງໜ້າເມືອງຂື້ນກ່າວຮັບພ້ອມທັງສຶບຕໍ່ມອບໃຫ້ບ້ານ,ຕ່າງໜ້າອໍານາດການປົກຄອງທັງ 7 ບ້ານເປົ້າໝາຍຂື້ນຮັບຊ້ອງໜ້າຫ້ອງວ່າການ,ຫົວໜ້າຄະນະໂຄສະນາອົບຮົມເມືອງພ້ອມພະນັກງານ,ບໍລິສັດໂຈ້ເອເລັກໂທນິກ,ຜູ້ຊີ້ນໍາຕາແສງເຊໂປນແລະຕາແສງດົງສະຫວັນ,ຜູ້ຮັບຜິດຊອບວຽກງານໂທລະໂຄ່ງທັງ 7 ບ້ານເປັນສັກຂີພິຍານນໍາດ້ວຍ,ຈາກນັ້ນກໍ່ໄດ້ເຊັນບົດບັນທຶກການມອບຮັບລະຫວ່າງເມືອງ,ແຂວງ,ບໍລິສັດແລະບ້ານແລະໃນການມອບຮັບດັ່ງກ່າວຕ່າງໜ້າບໍລິສັດໂຈ້ເອເລັກໂທນິກແຂວງສະຫວັນນະເຂດກໍໄດ້ແນະນໍາຂັ້ນຕອນວິທີການຕ່າງໆໃນການຕິດຕັ້ງໂທລະໂຄ່ງແລະເປີດປິດໃຫ້ບ້ານເຂົ້າໃຈຢ່າງລະອຽດ
ສຸດທ້າຍທ່ານປະທານກອງປະຊຸມກໍ່ໄດ້ມີຄໍາເຫັນແລະໃຫ້ທິດເຍື່ອງທາງແກ່ກອງປະຊຸມຮຽກຮ້ອງມາຍັງຄະນະໂຄສະນາອົບຮົມເມືອງສົມທົບກັບ 7 ບ້ານລົງຕິດຕັ້ງໂທລະໂຄ່ງບ້ານໃນຈຸດທີ່ເໝາະສົມໃຫ້ສໍາເລັດ,ບ້ານທີ່ໄດ້ຮັບໂທລະໂຄ່ງລະຕິດຕັ້ງສໍາເລັດແລ້ວຕ້ອງໄດ້ເປັນເຈົ້າການເອົາໃຈໃສປົກປັກຮັກສາແລະນໍາໃຊ້ຈັດຕັ້ງຜັນຂະຫຍາຍໃນວຽກງານຂອງພັກ-ລັດ,ວຽກງານຂອງບ້ານໃຫ້ເກີດປະໂຫຍດສູງສຸດ,ຈັດຕັ້ງຜູ້ຮັບຜິດຊອບເປີດປິດໂທລະໂຄ່ງບ້ານໃຫ້ອອກຂ່າວປົກກະຕິ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa