
ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດຝຶກອົບຮົມວຽກງານສັງລວມຂໍ້ມູນຂ່າວສານຫາງສຽງສັງຄົມ ໃຫ້ຄະນະກຳມະການຂັ້ນເມືອງຈຳພອນ.
ໃນຕອນເຊົ້າວັນທີ 02 ກໍລະກົດ 2026, ທີ່ຫ້ອງປະຊຸມຫ້ອງວ່າການເມືອງຈຳພອນ, ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານສັງລວມຂໍ້ມູນຂ່າວສານຫາງສຽງສັງຄົມ ໃຫ້ແກ່ຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນເມືອງຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມໂດຍ ສະຫາຍ ດວງຈັນ ວຽງວິໄລ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ; ສະຫາຍ ສົມໃຈ ສີສົມພອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ; ແລະ ສະຫາຍ ຈັນທະລາ ອິນທະເສນ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ພ້ອມດ້ວຍຄະນະກຳມະການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ຈັນທະລາ ອິນທະເສນ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນເມືອງ. ຈາກນັ້ນ, ສະຫາຍ ດວງຈັນ ວຽງວິໄລ ໄດ້ໃຫ້ກຽດເປີດຊຸດຝຶກອົບຮົມຢ່າງເປັນທາງການ. ການຝຶກອົບຮົມຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດ 23 ສະຫາຍ (ຍິງ 7 ສະຫາຍ), ມີຈຸດປະສົງເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃຫ້ແກ່ພະນັກງານຫຼັກແຫຼ່ງ ກ່ຽວກັບວິທີການເກັບກຳຂໍ້ມູນຫາງສຽງສັງຄົມ ເປັນຕົ້ນແມ່ນ: ການສຳພາດ, ການໃຊ້ບັດຢັ່ງຫາງສຽງ (ແບບສອບຖາມ), ການຈຳແນກຄວາມແຕກຕ່າງລະຫວ່າງຫາງສຽງສັງຄົມກັບຂ່າວລື, ລວມທັງການນຳເອົາຜົນການເກັບກຳຂໍ້ມູນໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນວຽກງານການເມືອງ-ແນວຄິດຢ່າງມີປະສິດທິຜົນ.
ຊຸດຝຶກອົບຮົມດັ່ງກ່າວ ໃຊ້ເວລາ 1 ວັນເຕັມ, ເຊິ່ງປະກອບດ້ວຍ 4 ບົດຮຽນພື້ນຖານ ກ່ຽວກັບວຽກງານຫາງສຽງສັງຄົມ, ວິທີການເກັບກຳຂໍ້ມູນ ແລະ ການສ້າງຕາໜ່າງເພື່ອນຮ່ວມງານເພື່ອຄົ້ນຄວ້າ-ສັງລວມຂໍ້ມູນ. ພາຍຫຼັງການບັນຍາຍທິດສະດີ, ຍັງໄດ້ມີການແບ່ງກຸ່ມຄົ້ນຄວ້າ, ຖອດຖອນບົດຮຽນ ແລະ ປະເມີນຜົນການຝຶກອົບຮົມຕົວຈິງ ເພື່ອຮັບປະກັນໃຫ້ຜູ້ເຂົ້າຮ່ວມສາມາດນຳເອົາຄວາມຮູ້ທີ່ໄດ້ຮັບໄປຈັດຕັ້ງປະຕິບັດໜ້າທີ່ຕົວຈິງໃຫ້ບັນລຸຜົນສຳເລັດ.
