
ຄະນະຮັບຜິດຊອບເວັບໄຊສໂຄສະນາອົບຮົມແຂວງສະຫວັນນະເຂດ, ຮ່ວມກອງປະຊຸມວຽກງານດ້ານເວັບໄຊສ ຜ່ານສື່ເອເລັກໂຕຼນິກທາງໄກ ປະຈຳໄຕຼມາດ 2 ທົ່ວປະເທດ
ຄະນະຜູ້ຮັບຜິດຊອບເວັບໄຊສໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມ ກອງປະຊຸມສ່ອງແສງວຽກງານການເຄື່ອນໄຫວເວັບໄຊສ ຜ່ານສື່ເອເລັກໂຕຼນິກທາງໄກ ປະຈຳໄຕຼມາດ 2 ທົ່ວປະເທດ, ເຊິ່ງຈັດຂຶ້ນໂດຍກົມຂໍ້ມູນຂ່າວສານ ໂຄສະນາອົບຮົມສູນກາງພັກ ໃນວັນທີ 30 ມິຖຸນາ 2026 ນີ້.
ໂດຍມີ ທ່ານ ມົງກຸດເພັດ ວົງພະຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທັງເປັນຜູ້ຊີ້ນຳວຽກງານເວັບໄຊສໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະຮັບຜິດຊອບເວັບໄຊສ, ແອັດມິນ ແລະ ພະນັກງານວິຊາການເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ນອກຈາກ ໄດ້ຮັບຟັງການສະຫຼຸບລາຍງານສະພາບການເຄື່ອນໄຫວວຽກງານເວັບໄຊສໂຄສະນາອົບຮົມ ປະຈໍາໄຕຼມາດ 2 ແລະ ທິດທາງແຜນການ ປະຈຳໄຕຼມາດ 3ທົ່ວປະເທດ ຈາກທ່ານຮອງຫົວໜ້າພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານແລ້ວ. ໃນກອງປະຊຸມ ຄະນະຮັບຜິດຊອບຊີ້ນຳເວັບໄຊສ ແຕ່ລະແຂວງ ກໍໄດ້ຂຶ້ນປະກອບຄຳຄິດ-ຄຳເຫັນຢ່າງກົງໄປກົງມາ ແລະ ສະເໜີທາງອອກໃນດ້ານຕ່າງໆຮ່ວມກັນຕື່ມອີກ.
ທັງນີ້ ກໍເພື່ອເຮັດໃຫ້ວຽກງານດ້ານເວັບໄຊສໂຄສະນາອົບຮົມ ແຕ່ລະແຂວງທົ່ວປະເທດ ໃຫ້ມີບາດກ້າວຫັນປ່ຽນໃໝ່, ມີຄວາມທັນສະໄໝ ແລະ ນັບມື້ນັບດີຂຶ້ນເລື້ອຍໆ.
