
ສະຫວັນນະເຂດ ຈັດພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມແຂວງ
ໃນຕອນບ່າຍ ວັນທີ 23 ກໍລະກົດ 2026, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ແລະ ຜູ້ໃໝ່. ພິທີດັ່ງກ່າວໃຫ້ກຽດເປັນປະທານໂດຍ ທ່ານ ບຸນໂຈມ ອຸບົນປະເສີດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ມີບັນດາກຳມະການປະຈຳພັກແຂວງ, ຕາງໜ້າພະແນກການອ້ອມຂ້າງ, ຄະນະຈັດຕັ້ງແຂວງ, ພ້ອມດ້ວຍພະນັກງານ-ວິຊາການເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ປອ. ພູລຳພອນ ສີຫາວົງ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ, ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ກ່ຽວກັບຜົນງານ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຊິ່ງຄະນະໂຄສະນາອົບຮົມແຂວງສາມາດບັນລຸໄດ້ຫຼາຍຜົນງານທີ່ພົ້ນເດັ່ນ, ປະກອບສ່ວນສຳຄັນໃນວຽກງານໂຄສະນາ, ອົບຮົມ ແລະ ວຽກງານແນວຄິດຂອງແຂວງ.
ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງເລກທີ 399/ຄປພຂ ວ່າດ້ວຍການຍົກຍ້າຍພະນັກງານ, ໃນການຍົກຍ້າຍ ທ່ານ ປອ. ພູລຳພອນ ສີຫາວົງ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄປຮັບໜ້າທີ່ໃໝ່ຢູ່ສະພາປະຊາຊົນແຂວງ. ພ້ອມກັນນີ້, ໄດ້ຜ່ານຂໍ້ຕົກລົງເລກທີ 411/ຄປພຂ ວ່າດ້ວຍການແຕ່ງຕັ້ງພະນັກງານ, ແຕ່ງຕັ້ງ ທ່ານ ລຳແກ້ວ ແສງໜູທອງ, ກຳມະການປະຈຳພັກແຂວງ, ເປັນເລຂາຄະນະພັກຮາກຖານ ທັງເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ.
ພິທີດັ່ງກ່າວ ຍັງໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ເກົ່າ ແລະ ຜູ້ໃໝ່, ເພື່ອເປັນການສືບຕໍ່ວຽກງານ, ຮັບປະກັນການນຳພາ-ບັນຊາ ແລະ ການດຳເນີນວຽກງານໂຄສະນາອົບຮົມຂອງແຂວງໃຫ້ສາມາດສືບຕໍ່ໄປໄດ້ຢ່າງລຽນຕິດ ແລະ ມີປະສິດທິຜົນ.
ໃນຕອນທ້າຍຂອງພິທີ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳທີ່ສຳຄັນແກ່ຄະນະນຳ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ໃນການສືບຕໍ່ຍົກສູງບົດບາດ, ຄວາມຮັບຜິດຊອບ, ສາມັກຄີພາຍໃນ ແລະ ມຸ່ງໝັ້ນປະຕິບັດວຽກງານໂຄສະນາອົບຮົມໃຫ້ບັນລຸຕາມທິດທາງ ແລະ ໜ້າທີ່ທີ່ວາງໄວ້, ສ້າງຜົນງານໃໝ່ໃຫ້ແກ່ວຽກງານໂຄສະນາອົບຮົມຂອງແຂວງໃນຂັ້ນຕໍ່ໄປ.
