ທ່ານ ປອ ຄຳມອນ ຈັນທະຈິດ ເຄື່ອນໄຫວພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ວິຊາການ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ທ່ານ ປອ ຄຳມອນ ຈັນທະຈິດ ເຄື່ອນໄຫວພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ວິຊາການ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ
    ໃນຕອນບ່າຍວັນທີ 18 ກັນຍາ 2026, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ທ່ານ ປອ ຄຳມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ຜູ້ປະຈຳການ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຊີ້ນຳວຽກງານຕໍ່ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ຂອງຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ.

ເຂົ້າຮ່ວມຮັບຟັງ ແລະ ຕ້ອນຮັບໃນຄັ້ງນີ້ ມີ ທ່ານ ສົມໃຈ ສີສົມພອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ພູເງິນ ສີວົງກອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການທົ່ວຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດອັນສະຫງ່າລາສີນີ້, ທ່ານ ພູເງິນ ສີວົງກອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບຜົນງານການເຄື່ອນໄຫວວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ເຊິ່ງຍາດໄດ້ຜົນງານອັນພົ້ນເດັ່ນໃນການສຶກສາອົບຮົມການເມືອງແນວຄິດ, ການຜັນຂະຫຍາຍມະຕິ-ຄຳສັ່ງຂອງພັກແຕ່ລະຂັ້ນສູ່ປວງຊົນ, ພ້ອມທັງສະເໜີທິດທາງແຜນການຈຸດສຸມໃນຕໍ່ໜ້າ ເພື່ອສືບຕໍ່ຍົກສູງຄຸນນະພາບວຽກງານໃຫ້ເລິກເຊິ່ງ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.
ໃນພິທີໂອ້ລົມ, ທ່ານ ປອ ຄຳມອນ ຈັນທະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ທີ່ໄດ້ເອົາໃຈໃສ່ນຳພາຊີ້ນຳວຽກງານການເມືອງແນວຄິດໃຫ້ມີຄວາມສະຫງົບ ແລະ ດຳເນີນໄປຢ່າງຖືກທິດທາງ. ພ້ອມດຽວກັນນັ້ນ, ທ່ານໄດ້ເນັ້ນໜັກບົດບາດສໍາຄັນໃຫ້ພະນັກງານຫຼັກແຫຼ່ງ ແລະ ວິຊາການ ກຳແໜ້ນບັນດາເນື້ອໃນຈຸດສຸມໂດຍຖືການເມືອງແນວຄິດເປັນກົກເພື່ອໃຫ້ມະຫາຊົນແລະປະຊາຊົນໄດ້ຮັບຮູ້ມູນເຊື້ອທາງປະຫວັດສາດແລະຮູ້ຄຸນຄ່າຂອງສັນຕິພາຍ ຍົກສູງຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ ເຊິ່ງພະນັກງານໂຄສະນາອົບຮົມຕ້ອງມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ກຳແໜ້ນທິດສະດີມາກເລນິນ ແລະ ແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະຢ່າງເລິກເຊິ່ງ. ພ້ອມນັ້ນ ຕ້ອງຍົກສູງບົດບາດເສນາທິການ ເປັນເຈົ້າການຄົ້ນຄວ້າ, ຕີລາຄາ ແລະ ສຶກສາຄົ້ນຄວ້າຊອກຫາວິທີການແກ້ໄຂສະພາບການທາງດ້ານແນວຄິດຂອງສັງຄົມຢ່າງຮິບດ່ວນ, ເປັນລະບຽບຮຽບຮ້ອຍ ແລະ ທັນກັບສະພາບການທີ່ເກີດຂຶ້ນ ພະນັກງານໂຄສະນາທຸກສະຫາຍຕ້ອງຍຶດໝັ້ນຕໍ່ 4 ຈັນຍາບັນຄື: ຈັນຍາບັນຕໍ່ຕົນເອງ,ຈັນຍາບັນຕໍ່ການຈັດຕັ້ງ,ຈັນຍາບັນຕໍ່ອາຊີບແລະ ຈັນຍາບັນຕໍ່ປະຊາຊົນ ພ້ອມນີ້ກໍຕ້ອງໄດ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນດາກະແສທີ່ຂ່າວບິດເບືອນຂໍ້ມູນຄວາມຈິງໃນສື່ສັງຄົມດ້ວຍການຊີ້ແຈງດ້ວຍເຫດ ແລະ ຜົນ ໃນຖາທີ່ສື່ມວນຊົນເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກລັດ ຕ້ອງຜະລິດຂ່າວໃຫ້ມີຄວາມວ່ອງໄວ,ຊັດເຈນ,ມີຄຸນນະພາບແລະມີຂໍ້ມູນຄວາມຈິງທີ່ຖືກຕ້ອງທີ່ສຸດຈຶ່ງຈະເຮັດໃຫ້ມວນຊົນ-ສັງຄົມເຊື່ອໝັ້ນຕໍແຫຼ່ງຂ່າວຂອງພວກເຮົາພ້ອມດຽວກັນນີ້ ແບບແຜນວິທີເຮັດວຽກຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ປະສານສົມທົບກົມກຽວລະຫວ່າງຂັ້ນເທິງ ແລະ ຂັ້ນຮາກຖານ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ.
ການເຄື່ອນໄຫວພົບປະໂອ້ລົມໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການປຸກລະດົມພະລັງທາງການເມືອງ, ເສີມສ້າງຄວາມເປັນປຶກແຜ່ນແໜ້ນໜາ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມທົ່ວແຂວງສະຫວັນນະເຂດ ໃນການສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃຫ້ບັນລຸຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ຂ່າວ-ພາບ: ອັກສອນສິນ ພົມມະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa