ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດ ທີ່ເກີດຂຶ້ນໃນເດືອນກັນຍາ ແລະ ເດືອນຕຸລາ.

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດ ທີ່ເກີດຂຶ້ນໃນເດືອນກັນຍາ ແລະ ເດືອນຕຸລາ.
     ໃນຕອນເຊົ້າຂອງວັນທີ 30 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປາຖະກະຖາ ເລົ່າມູນເຊື້ອ 3 ວັນປະຫວັດສາດສຳຄັນຂອງຊາດ ແລະສາກົນ ເພື່ອອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະປະຊາຊົນ ໃຫ້ມີຄວາມຮັບຮູ້ຢ່າງກວ້າງຂວາງ ແລະເລິກເຊິ່ງກ່ຽວກັບເນື້ອໃນເອກະສານປາຖະກະຖາທີ່ຈັດຂຶ້ນໃນເດືອນກັນຍາ ແລະຕຸລາ. ເປັນປະທານພິທີໂດຍ ທ່ານ ລຳແກ້ວ ແສງໜູທອງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ.
     ໃນວາລະພິທີ, ໄດ້ມີການປາຖະກະຖາເອກະສານ 3 ວັນປະຫວັດສາດທີ່ສຳຄັນ ເຊິ່ງປະກອບມີ: ມູນເຊື້ອວັນຊາດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945–2 ກັນຍາ 2026) ໃຫ້ກຽດປາຖະກະຖາ ໂດຍ ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງ ທ່ານໄດ້ຍົກໃຫ້ເຫັນເຖິງໄຊຊະນະປະຫວັດສາດ ທີ່ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ປະກາດເອກະລາດ ສະຖາປະນາປະເທດ, ພ້ອມທັງເນັ້ນເຖິງສາຍສໍາພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການເພີ່ມພູນຄູນສ້າງມາຢ່າງຍາວນານ.
ການປາຖະກະຖາ ເອກະສານວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002– 9 ກັນຍາ 2026) ໃຫ້ກຽດປາຖະດະຖາໂດຍ ທ່ານ ພູເງິນ ສີວົງກອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານໄດ້ໃຫ້ຮູ້ເຖິງບົດບາດ, ຄວາມສຳຄັນ ແລະຜົນງານການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າ ທີ່ເປັນກຳລັງແຮງຫຼັກແຫຼ່ງ, ຄຸນງາມຄວາມດີຂອງບັນດາທ່ານນັກຮົບເກົ່າ ທີ່ໄດ້ເສຍສະຫຼະ ເພື່ອພາລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະຜ່ານມາ.
ໃຫ້ກຽດເລົ່າຄືນມູນເຊື້ອ ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 81 ປີ (12 ຕຸລາ 1945–12 ຕຸລາ 2026) ໂດຍ ທ່ານ ລຳແກ້ວ ແສງໜູທອງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນອັນຍິ່ງໃຫຍ່ ຂອງວັນປະກາດເອກະລາດ 12 ຕຸລາ ເຊິ່ງເປັນໝາກຜົນຂອງການຕໍ່ສູ້ອັນພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ, ເປັນວັນທີ່ປະກາດໃຫ້ໂລກຮັບຮູ້ເຖິງອິດສະຫຼະພາບ ແລະ ຄວາມເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.
     ຕອນທ້າຍຂອງພິທີ, ທ່ານ ລຳແກ້ວ ແສງໜູທອງ ໄດ້ມີຄຳເຫັນໂອ້ລົມ ແລະຮຽກຮ້ອງໃຫ້ທຸກກຳລັງແຮງໃນທົ່ວແຂວງ ຈົ່ງສືບຕໍ່ສຶກສາອົບຮົມມູນເຊື້ອປະຫວັດສາດອັນອຸດົມສົມບູນນີ້ ໃຫ້ຮອບດ້ານ, ປຸກລະດົມສະຕິຊາດ, ຄວາມສາມັກຄີເປັນນ້ຳໜຶ່ງໃຈດຽວ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ແລະນຳເອົາຈິດໃຈ 3 ວັນປະຫວັດສາດນີ້ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນຮັບຜິດຊອບ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa