
ໃນຕອນບ່າຍ ວັນທີ 4 ພະຈິກນີ້ ທີ່ສະໂມສອນເມືອງພີນ ແຂວງສະຫວັນນະເຂດ ໄດ້ມີການປະຊຸມທາບທາມປະກອບຄໍາເຫັນໃສ່ຮ່າງນິຕິກຳໃຕ້ກົດໝາຍຂອງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ພະແນກສຶກສາທິການ ແລະ ກິລາແຂວງ. ໂດຍການເປັນປະທານຮ່ວມຂອງທ່ານ ພູລັດຕະນະ ພົມມະຫາໄຊ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພີນ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.
ຈຸດປະສົງ ເພື່ອເປັນການເປີດກວ້າງ, ເຜີຍແຜ່ ແລະ ທາບທາມ ຄໍາຄິດ-ຄໍາເຫັນຈາກບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຂັ້ນບ້ານ. ເພື່ອເຮັດໃຫ້ຮ່າງນິຕິກຳໃຕ້ກົດໝາຍ ທັງ 3ສະບັບ ມີຄວາມຄົບຖ້ວນ, ສົມບູນ, ຖືກຕ້ອງກັບສະພາບຕົວຈິງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.
ເຊິ່ງນິຕິກຳດັ່ງກ່າວ ປະກອບມີ: ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອ, ຂໍ້ຕົກລົງ ວ່າດ້ວຍການກໍານົດເຂດ ປະເມີນລາຄາທີ່ດິນ-ສິ່ງປຸກສ້າງ ແລະ ອາກອນທີ່ດິນ (ທີ່ຮ່າງເນື້ອໃນ ໂດຍພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ) ແລະ ຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກິລາ-ກາຍຍະກຳ (ທີ່ຮ່າງເນື້ອໃນ ໂດຍພະແນກສຶກສາທິການ ແລະ ກິລາແຂວງ).
