
ໃນຕອນບ່າຍວັນທີ 12 ພະຈິກ 2026, ທ່ານ ຄຳຜອງ ສົມວິຈິດ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງສະຫວັນນະເຂດ ພ້ອມດ້ວຍຄະນະພະແນກ, ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໄດ້ພ້ອມກັນລົງຕິດຕາມ, ກວດກາ ແລະຊູກຍູ້ການກຽມຄວາມພ້ອມໃນການຈັດຕັ້ງປະຕິບັດການເກັບເງິນຄ່າຜ່ານທາງຫຼວງແຫ່ງຊາດເລກທີ 9 ຢູ່ທີ່ສະຖານີເກັບເງິນຄ່າຜ່ານທາງແຫ່ງທີ 1 ບ້ານນາທາດ ເມືອງອຸທຸມພອນ, ເຊິ່ງຈະໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດການເກັບເງິນຄ່າຜ່ານທາງຢ່າງເປັນທາງການພ້ອມກັນທັງ 4 ສະຖານີ ຕາມເສັ້ນທາງຫຼວງແຫ່ງຊາດເລກ 9 ນັບແຕ່ວັນທີ 16 ພະຈິກ 2026 ເປັນຕົ້ນໄປ, ພາຍຫຼັງໄດ້ທົດລອງຈັດຕັ້ງປະຕິບັດການເກັບເງິນແບບການຈິກປີ້ແບບໃຊ້ໄມ້ກັ້ນ ເປັນໄລຍະເວລາ 1 ເດືອນ(ບໍ່ໄດ້ເສຍເງິນ) ເຫັນວ່າໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.

ທ່ານ ຄຳຜອງ ສົມວິຈິດໃຫ້ສຳພາດຕໍ່ນັກຂ່າວໜັງສືພິມວ່າ: ໃນນາມຕາງໜ້າພະແນກ ຍທຂ ແຂວງ ກໍ່ຄືເຈົ້າຂອງໂຄງການຟື້ນຟູ ແລະບູລະນະຮັກສາເສັ້ນທາງຫຼວງແຫ່ງຊາດເລກ 9 ແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາຊາຍແດນລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ, ລວງຍາວ 233.30 ກມ, ໃນຮູບແບບສັນຍາປະສົມ(OPBRC ແລະ PRTC) ຕາມນະໂຍບາຍຫັນປ່ຽນໃໝ່ຂອງລັດຖະບານ, ໂດຍແມ່ນລັດວິສາຫະກິດກໍ່ສ້າງທາງເລກ 8 ເປັນຜູ້ຮັບເໝົາຟື້ນຟູ ແລະບູລະນະຮັກສາທາງຫຼວງແຫ່ງຊາດເລກ 9 ໃນໄລຍະ 10ປີມາຮອດປະຈຸບັນ, ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນມີຄວາມຄືບໜ້າຫຼາຍສົມຄວນ ໂດຍສະເພາະແມ່ນໃນວຽກງານປັບປຸງເສັ້ນທາງໃຫ້ໂລ່ງລ່ຽນ, ພ້ອມນີ້ ປະຈຸບັນ ພວກເຮົາແມ່ນກຳລັງກະກຽມເປີດການເກັບເງິນຄ່າຜ່ານທາງແບບໃຊ້ໄມ້ກັ້ນ ຊຶ່ງຈະເລີ່ມໃນວັນທີ 16 ພະຈິກ 2026ນີ້ ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງ ຍທຂ ເລກທີ 24524/ຍທຂ, ລົງວັນທີ 07/10/2026 ວ່າດ້ວຍການຮັບຮອງເອົາລາຄາເກັບຄ່າຜ່ານທາງຂອງແຕ່ລະສະຖານີຂອງໂຄງການຟື້ນຟູ ແລະບູລະນະຮັກສາເສັ້ນທາງຫຼວງແຫ່ງຊາດເລກ 9 ນຳໃຊ້ສະເພາະການຈັດຕັ້ງປະຕິບັດລະບົບໄມ້ກັ້ນ(ເກັບແບບ Manual) ໃນໄລຍະທີ່ຍັງບໍ່ທັນມີລະບົບເກັບເງິນແບບທັນສະໄໝ ແລະປະຕິບັດຕາມແຈ້ງການຂອງຄະນະກຳມະການປົກຄອງແຂວງສະຫວັນນະເຂດ ກ່ຽວກັບການເກັບເງິນຄ່າຜ່ານທາງຫຼວງແຫ່ງຊາດ ແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາຊາຍແດນລາວ-ຫວຽດນາມ ເມືອງເຊໂປນ, ໃນນີ້ ສຳລັບການເກັບຄ່າຜ່ານທາງຫຼວງເລກທີ 9 ແມ່ນຈະເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 16 ພະຈິກ 2026 ເປັນຕົ້ນໄປ, ໂດຍແມ່ນກົມຂົວທາງ ກະຊວງ ຍທຂ, ພະແນກ ຍທຂ ສົມທົບກັບລັດວິສາຫະກິດກໍ່ສ້າງທາງເລກ 8 ຈັດຕັ້ງປະຕິບັດຕາມອັດຕາທີ່ລັດຖະບານຮັບຮອງເອົາ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມັນຕີ ເລກທີ 998/ຫສນຍ, ລົງວັນທີ 23/07/2026, ສະເພາະລົດທີ່ມີນ້ຳໜັກ 12 ໂຕນຂຶ້ນໄປ. ສຳລັບອັດຕາຄ່າຜ່ານທາງເທົ່າກັບ 107.35ກີບ/ໂຕນ/ກມ, ວິທີການເກັບເງິນຄ່າຜ່ານທາງ ແມ່ນເກັບສະເພາະລົດຂົນສົ່ງໂດຍສານ ແລະສິນຄ້າທີ່ມີນ້ຳໜັກລວມ 12 ໂຕນຂຶ້ນໄປ ຜ່ານລະບົບທັນສະໄໝ, ລະບົບການເກັບເງິນຈະມີ 6 ຊ່ອງທາງ(3ຊ່ອງໄປ ແລະ3 ຊ່ອງກັບ), ຊຶ່ງປະກອບດ້ວຍຊ່ອງຈ່າຍຄ່າຜ່ານທາງແບບອັດຕະໂນມັດ(ETC) ຜ່ານບັດ, ຊ່ອງຈ່າຍຄ່າທາງດ້ວຍມື, (MTC) ແບບເງິນສົດ ຫຼື ໂອນ ແລະຊ່ອງບໍ່ເກັບເງິນສະເພາະລົດທີ່ມີນ້ຳໜັກຕ່ຳກວ່າ 12 ໂຕນ ແລະລົດພິເສດ, ນອກຈາກນີ້ ຍັງຈະມີຊິງຊັ່ງທັນສະໄໝ ຫ່າງຈາກຈຸດປິດ-ເປີດໄມ້ກັ້ນ 150 ແມັດ ແລະມີກ້ອງອັດສະລິຍະຕິດຕາມໃນເສັ້ນທາງທຸກໆ 10 ກະໂລແມັດ/ຈຸດ ແລະໃນຈຸດທີ່ເໝາະສົມຕື່ມ ເພື່ອຄິດໄລ່ຄ່າຜ່ານທາງແບບອັດຕະໂນມັດຢູ່ທີ່ສະຖານີເກັບເງິນ, ໂດຍລັດເປັນຜູ້ຄຸ້ມຄອງເກັບເງິນ ແລະການມີສ່ວນຮ່ວມກັບຜູ້ລົງທຶນ, ການຕິດຕາມການເກັບຄ່າຜ່ານທາງ ແມ່ນຜ່ານລະບົບທັນສະໄໝທີ່ກະຊວງການເງິນ ແລະກະຊວງ ຍທຂ ສາມາດຕິດຕາມໄດ້ແບບ Real time ແລ້ວໂອນເຂົ້າບັນຊີສະເພາະທາງເລກ 9 ທີ່ເປີດໄວ້ຢູ່ຄັງເງິນແຫ່ງຊາດ. ພ້ອມນີ້, ທ່ານຫົວໜ້າພະແນກ ຍທຂ ແຂວງ ຍັງໄດ້ຍົກໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະສ້ອມແປງເສັ້ນທາງໃນໄລຍະໃໝ່ຂອງລັດຖະບານ, ໂດຍລາຍຮັບທັງໝົດຈາກການເກັບຄ່າຜ່ານທາງດັ່ງກ່າວ ຈະຖືກນຳໃຊ້ເຂົ້າໃນວຽກງານການບຳລຸງຮັກສາ, ສ້ອມແປງ ແລະຍົກລະດັບເສັ້ນທາງຫຼວງແຫ່ງຊາດ ເລກ 9 ໃຫ້ມີຄວາມສະດວກ, ປອດໄພ ແລະຍືນຍົງ ສາມາດຮອງຮັບນ້ຳໜັກໄດ້ຕາມມາດຕະຖານສາກົນ.
ຕາມການລາຍງານຂອງລັດວິສາຫະກິດກໍ່ສ້າງທາງເລກ 8 ໄດ້ໃຫ້ຮູ້ວ່າ: ສະຖານີເກັບເງິນຄ່າຜ່ານທາງດ້ວຍລະບົບທັນສະໄໝ ຕາມເສັ້ນທາງຫຼວງແຫ່ງຊາດເລກທີ 9 ປະກອບມີທັງໝົດ 4 ແຫ່ງຄື: ແຫ່ງທີ 01: ກມ 25+100 ບ້ານນາທາດ ເມືອງອຸທຸມພອນ, ແຫ່ງທີ 02: ກມ 88+800 ບ້ານບົວຄໍາ ເມືອງອາດສະພັງທອງ; ແຫ່ງທີ 03: ກມ 186+450 ບ້ານໜອງກົບ ເມືອງ ເຊໂປນ ແລະແຫ່ງທີ 04 ກມ 230+625 ບ້ານສະໝູນ ເມືອງເຊໂປນ; ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພະຈິກ 2025, ມາຮອດປະຈຸບັນ ການກໍ່ສ້າງພື້ນຖານໂຄງລ່າງ ແລະສິ່ງອຳນວຍຄວາມສະດວກຕ່າງໆພາຍໃນສະຖານີເກັບເງິນທັງ 4 ແຫ່ງ ແມ່ນມີຄວາມຄືບໜ້າຫຼາຍພໍສົມຄວນ ແລະມີຄວາມພ້ອມຕໍ່ການຈັດຕັ້ງປະຕິບັດການເກັບເງິນຄ່າຜ່ານທາງ ທີ່ຈະເລີ່ມໃນວັນທີ 16 ພະຈິກນີ້.
