
ເມືອງຈຳພອນ ແລະ ບໍລິສັດ ຊັນໄຊ ກໍ່ສ້າງຂົວທາງ ເຊັນສັນຍາວ່າດ້ວຍການຕິດຕັ້ງດອກໄຟເຢືອງທາງ ລະບົບພະລັງງານແສງຕາເວັນ (ໂຊລ້າເຊວ)
ພີທີດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 3 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງຈຳພອນ ແຂວງສະຫວັນະເຂດ, ໂດຍການເຂົ້າຮ່ວມຂອງທ່ານ ປອ ພູລຳພອນ ສີຫາວົງ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ສີໂທ ທໍລະທາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຈຳພອນ.
ໃນບົດບັນທຶກສັນຍາ ທ່ານ ນາງ ແວວຕາ ອິນສົມບັດ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ ໃຫ້ຮູ້ວ່າ: ໂຄງການນີ້ ຈະໄດ້ຕິດຕັ້ງ ເລີ່ມແຕ່ເສັ້ນທາງ ໜ້າຫ້ອງວ່າການປົກຄອງເມືອງ ຫາ ສີ່ແຍກບ້ານນາຄູ. ຊຶ່ງລວມໄລຍະທາງຍາວ ປະມານ 5 ກິໂລແມັດ, ດອກໄຟ ທີ່ຈະຕິດຕັ້ງທັງໝົດ 164 ດອກ, ລັກສະນະ ເປັນເສົາກົມ, ຕົ້ນເສົາ ຈະມີຈຸດປັກທຸງ 3 ປັກ ແລະ ປ້າຍໂຄສະນາ, ຊຶ່ງຈະມີໄລຍະຫ່າງກັນ ປະມານ 29-30 ແມັດຕໍ່ເສົາ, ລວມມູນຄ່າກໍ່ສ້າງ ແລະ ຕິດຕັ້ງ ທັງໝົດ 1 ຕື້ 886 ລ້ານກີບ.
ໃນພິທີ ຕາງໜ້າທັງ 2ຝ່າຍ ຍັງໄດ້ຮ່ວມລົງນາມເຊັນສັນຍາຢ່າງເປັນທາງການຮ່ວມກັນຕື່ມອີກ, ຊຶ່ງໃນກຳນົດສັນຍາ ການຊຳລະ ໄລຍະເວລາ 3 ປີ (ຄືນັບແຕ່ທ້າຍປີ 2026-2029).
