ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ປາຖະກະຖາວັນມະຫາປະຕິວັດເດືອນຕຸລາລັດເຊຍ ຄົບຮອບ 109 ປີ ແລະ ວັນເກີດທ່ານ ຟ.ອັງແກນ ຄົບຮອບ 206 ປີ.

 
 ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ປາຖະກະຖາວັນມະຫາປະຕິວັດເດືອນຕຸລາລັດເຊຍ ຄົບຮອບ 109 ປີ ແລະ ວັນເກີດທ່ານ ຟ.ອັງແກນ ຄົບຮອບ 206 ປີ.
ທີ່ສະໂມສອນຂອງສຳນັກງານປົກຄອງແຂວງສະຫວັນນະເຂດ, ຕອຍເຊົ້າວັນທີ 12 ພະຈິກ 2026 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປາຖະກະຖາເອກະສານສຳຄັນ 2 ສະບັບ ຄື: ເອກະສານວັນມະຫາປະຕິວັດເດືອນຕຸລາລັດເຊຍ ຄົບຮອບ 109 ປີ (7 ພະຈິກ 1917-7 ພະຈິກ 2026), ເອກະສານວັນເກີດທ່ານ ຟ.ອັງແກນ ຄົບຮອບ 206 ປີ(28 ພະຈິກ 1820-28 ພະຈິກ 2026). ໃຫ້ກຽດຂຶ້ນປາຖະກະຖາເອກະສານສຳຄັນທັງສອງສະບັບ ໃນຄັ້ງນີ້ໂດຍແມ່ນ ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີພະນັກງານຫຼັກແຫຼ່ງ, ສະມາຊິກພັກຈາກພະແນກການ, ກົມກອງ, ອົງການຈັດຕັ້ງມະຫາຊົນຂອງແຂວງ ແລະພາກສ່ວນຕ່າງໆເຂົ້າຮ່ວມ.
     ໃນນີ້, ທ່ານ ສຸດໃຈ ໄຊະວົງ ໄດ້ຍົກໃຫ້ເຫັນເຖິງການກຳເນີດ ຂອງການປະຕິວັດເດືອນຕຸລາລັດເຊຍ ເຊິ່ງກ່ອນໜ້ານີ້ຫຼາຍສິບປີ ຄືວັນທີ 7 ພະຈິກ 1917 ພາຍໃຕ້ການນຳພາຂອງພັກໂບນເຊວິກ ທີ່ມີທ່ານເລນິນເປັນຜູ້ນຳໜ້ານັ້ນ, ຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານລັດເຊຍ ໄດ້ລຸກຮືຂຶ້ນຍຶດອຳນາດ ສ້າງຕັ້ງລັດ ລັດເຊຍ-ໂຊວຽດ ເຊິ່ງເປັນລັດຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານ ລັດທຳອິດຂອງມວນມະນຸດ. ຕໍ່ມາ, ໃນພິທີກໍ່ໄດ້ເລົ່າຄືນປະຫວັດ, ຊີວິດ ແລະການເຄື່ອນໄຫວຂອງ ທ່ານ ຟຣີດຣິກ ອັງແກນ ເຊິ່ງທ່ານເກີດ ໃນວັນທີ 28 ພະຈິກ 1820 ທີ່ເມືອງບັກແນນ ຂຶ້ນກັບເທສະບານວຸບເປີຕານ ແຂວງ ເຣນ ປະເທດເຢຍລະມັນ, ທ່ານ ຟຣີດຣິກ ອັງແກນ ເກີດໃນຄອບຄົວທີ່ຮັ່ງມີ ແຕ່ເພິ່ນມັກການຊອກຮູ້ຮ່ຳຮຽນໃນຂົງເຂດວັນນະຄະດີ, ເພິ່ນໄດ້ຂຽນບົດກະວີ, ບົດເລື່ອງສັ້ນ, ບົດລະຄອນທີ່ສ່ອງແສງເຖິງຄວາມອິດສະຫຼະພາບ, ການຕໍ່ສູ້ຕ້ານການກົດຂີ່ ແລະອື່ນໆ. ທ່ານ ຟ.ອັງແກນ ເປັນເພື່ອຮ່ວມເສັ້ນທາງການປະຕິວັດທີ່ໃກ້ຊິດຂອງ ທ່ານ ກາກມາກ, ພວກເພິ່ນໄດ້ຄົ້ນຄວ້າບັນຫາຕ່າງໆທີ່ເປັນພື້ນຖານດ້ານແນວຄິດ ແລະທິດສະດີປະຕິວັດວິທະຍາສາດ, ເພິ່ນໄດ້ວິເຄາະວິຈານຄວາມຊົ່ວຮ້າຍຂອງອຳນາດການປົກຄອງຂອງພວກນາຍທຶນ, ຄວາມທຸກຍາກຂອງຊົນຊັ້ນກຳມະກອນບົນຄວາມຂູດຮີດຂອງຊົນຊັ້ນນາຍທຶນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa