
ພິທີເປີດດັ່ງກ່າວ ໄດ້ຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 5 ພະຈິກນີ້ ທີ່ທ່າບົກສະຫວັນ ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນ-ຂ່າວສານການເງິນ ກະຊວງການເງິນ ແລະ ທ່ານ ນາງ ບົວສະຫວັນ ລຸຍບົວທອງ ຫົວໜ້າພະແນກການເງິນແຂວງ.
ໃນການລາຍງານ ຄະນະຮັບຜິດຊອບໂຄງການ-ການພັດທະນາລະບົບພາສີທັນສະໄໝລວມສູນ (Smart Customs) ໃຫ້ຮູ້ເຖິງການກະກຽມຄວາມພ້ອມທາງດ້ານລະບົບ, ລະບຽບການທີ່ກ່ຽວຂ້ອງກັບການນຳໃຊ້ລະບົບ (Smart Customs), ເຊິ່ງລະບົບພາສີທັນສະໄໝລວມສູນນີ້ ເປັນລະບົບລວມສູນການຄຸ້ມຄອງຂໍ້ມູນພາສີແບບເອເລັກໂຕຣນິກ ແລະ ເປັນລະບົບຕົວກາງ ເພື່ອເຊື່ອມໂຍງບັນດາລະບົບທີ່ຕິດພັນກັບວຽກງານແຈ້ງພາສີ ແລະ ລະບົບຂອງພາກສ່ວນອື່ນ ທີ່ກ່ຽວຂ້ອງ ເຂົ້າເປັນຂໍ້ມູນລວມສູນຈຸດດຽວ ຜ່ານ Data Hub, ເພື່ອຮອງຮັບຂັ້ນຕອນທັງໝົດຂອງວຽກງານພາສີ ໃນການກວດກາຂໍ້ມູນແຈ້ງພາສີລ່ວງໜ້າ ກ່ອນສິນຄ້າມາຮອດຊາຍແດນໃຫ້ມີປະສິດທິພາບສູງ, ທັນສະພາບ ແລະ ຫຼຸດຜ່ອນການນຳໃຊ້ເຈ້ຍ ໃນການແຈ້ງພາສີ. ທັງນີ້ ກໍເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ.

ຊຶ່ງກົມເຕັກໂນໂລຊີຂໍ້ມູນ-ຂ່າວສານການເງິນ ແລະ ກົມພາສີ ໄດ້ສົມທົບກັບບໍລິສັດ ໄອຄິວຣີ້ເທັກ ຈຳກັດ ອອກແບບໂມດູນ ລວມທັງໝົດ ມີ 19 ໂມດູນ ທີ່ຕິດພັນກັບການຄຸ້ມຄອງ, ການສົ່ງອອກ-ນຳເຂົ້າ ແລະ ການຜ່ານແດນ ສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນ. ມາຮອດປະຈຸບັນ ໄດ້ພັດທະນາສຳເລັດ 6 ໂມດູນ, ເປັນຕົ້ນ ໂມດູນຄຸ້ມຄອງປະຕູເຂົ້າ-ອອກທັນສະໄໝ ທີ່ມີອຸປະກອນຄົບຊຸດ ເຊັ່ນ: ກ້ອງບັນທຶກພາບຍານພາຫະນະເຂົ້າ-ອອກປະຕູ, ລະບົບ ຊິງຊັ່ງ ແລະ ລະບົບແຈ້ງເຕືອນ; ໂມດູນຄຸ້ມຄອງການແຈ້ງພາສີໂດຍສັງເຂບ ແລະ ໂມດູນຄຸ້ມຄອງສາຍລ໋ອກຕູ້ຄອນເທັນເນີແບບອີເລັກໂຕຣນິກ (E-Seal).
ລະບົບດັ່ງກ່າວ ໄດ້ເປີດນຳໃຊ້ຢ່າງເປັນທາງການ ຢູ່ດ່ານພາສີສາກົນທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ I ນະຄອນຫຼວງວຽງຈັນ ໃນວັນທີ 1 ມິຖຸນາ 2026 ແລະ ດ່ານພາສີສາກົນຂົວມິດຕະພາບ III ແລະ ດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໃນວັນທີ 4 ພະຈິກ 2026 ທີ່ຜ່ານມາ.
ສຳລັບ ການເປີດນຳໃຊ້ຢູ່ດ່ານພາສີສາກົນຂົວມິດຕະພາບ II (ທ່າບົກສະຫວັນ) ແລະ ດ່ານພາສີສາກົນແດນສະຫວັນ ແຂວງສະຫວັນນະເຂດ ເປັນດ່ານສຳຄັນ ທີ່ຕັ້ງຢູ່ແລວທາງ ເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ມີປະລິມານສິນຄ້າສົ່ງອອກ-ນຳເຂົ້າ ແລະ ຜ່ານແດນສູງ.
ເພື່ອກະກຽມຄວາມພ້ອມ ຄະນະຮັບຜິດຊອບໂຄງການ ຍັງໄດ້ສົມທົບກັບພາສີປະຈຳແຂວງ, ບັນດາດ່ານພາສີສາກົນເປົ້າໝາຍ ແລະ ຜູ້ພັດທະນາລະບົບ ຈັດຕັ້ງປະຕິບັດບັນດາວຽກງານດ້ານລະບົບ ແລະ ອຸປະກອນ. ສໍາເລັດການສໍາຫຼວດ, ອອກແບບ ແລະ ຕິດຕັ້ງອຸປະກອນປະຕູເຂົ້າ-ອອກທັນສະໄໝ, ກ້ອງບັນທຶກພາບ, ລະບົບຊິງຊັ່ງ, ລະບົບແຈ້ງເຕືອນ ແລະ ອຸປະກອນ E-Seal ຢູ່ທັງ 2 ດ່ານ; ເຊື່ອມຕໍ່ເຄືອຂ່າຍ ແລະ ຂໍ້ມູນຂອງດ່ານ ເຂົ້າກັບລະບົບລວມສູນ ແລະ ທົດສອບການນຳໃຊ້ຕົວຈິງ. ດ້ານລະບຽບການ ຂໍ້ຕົກລົງອະນຸມັດນຳໃຊ້ລະບົບ ສະບັບເລກທີ 0661/ກງ ເປັນບ່ອນອີງໃນການນຳໃຊ້ຢ່າງເປັນທາງການ, ພ້ອມທັງແຈ້ງການ ແລະ ຂັ້ນຕອນປະຕິບັດງານ. ດ້ານບຸກຄະລາກອນ ກໍຈະເປັນຝຶກອົບຮົມຍົກລະດັບການນຳໃຊ້ລະບົບໃຫ້ເຈົ້າໜ້າທີ່ພາສີ, ຂະແໜງການອ້ອມຂ້າງດ່ານ ແລະ ຜົນປະກອບການ, ພ້ອມທັງຈັດວາງທີມງານສະໜັບສະໜູນດ້ານເຕັກນິກປະຈຳດ່ານ ໃນໄລຍະເລີ່ມຕົ້ນ.
ໃນຕໍ່ໜ້າ ຄະນະຮັບຜິດຊອບ ຈະສືບຕໍ່ຜັນຂະຫຍາຍລະບົບ ໄປທີ່ດ່ານພາສີສາກົນບໍ່ເຕັນໃຫ້ຄົບ 6 ດ່ານເປົ້າໝາຍ ໃນປີ 2026 ແລະ ວາງແຜນຕິດຕັ້ງ ຢູ່ດ່ານພາສີຂົວມິດຕະພາບ IV, V ແລະ ທ່າບົກວັງເຕົ່າ. ຄຽງຄູ່ກັນນັ້ນ ຈະໄດ້ສືບຕໍ່ພັດທະນາໂມດູນອື່ນໆ ທີ່ຍັງເຫຼືອ ແລະ ຍົກລະດັບລະບົບ ເປັນ Mobile App ອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການໃນການແຈ້ງພາສີລ່ວງໜ້າ ກ່ອນສິນຄ້າມາຮອດດ່ານ, ພ້ອມທັງນຳໃຊ້ລາຍເຊັນເອເລັກໂຕຣນິກ ແລະ ຍົກເລີກບາງແບບຟອມເອກະສານ ເພື່ອຫຼຸດຜ່ອນຄວາມແອອັດຢູ່ດ່ານ ແລະ ຫັນມານຳໃຊ້ລະບົບເອເລັກໂຕຣນິກແບບຄົບຊຸດ.
