
ການລົງພົບປະໂອ້ລົມ ຄະນະບໍລິຫານງານພັກນະຄອນໄກສອນພົມວິຫານ ໃນວັນທີ 11 ພະຈິກຜ່ານມາ, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດໄດ້ເນັ້ນໜັກ ແລະ ໃຫ້ທິດຊີ້ນຳໃນຫຼາຍປະເດັນຄື: ເນັ້ນໃຫ້ຄະນະພັກ ຄະນະນຳນະຄອນໄກສອນ ເອົາໃຈໃສ່ຊີ້ນຳ-ນຳພາ ໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ນະຄອນ ໃຫ້ເປັນຮູບປະທຳໃນແຕ່ລະຂົງເຂດວຽກງານໃຫ້ໄດ້ຜົນສຳເລັດ ໃນຫຼາຍດ້ານ, ພ້ອມນີ້ ສະຫາຍ ເລຂາພັກແຂວງ ຍັງເນັ້ນໜັກໃຫ້ຄະນະພັກນະຄອນໄກສອນ ເອົາໃຈໃສ່ເຊື່ອມຊຶມມະຕິຄຳສັ່ງຂອງຂັ້ນເທິງ, ໂດຍໃຫ້ສືບຕໍ່ສ້າງຮາກຖານການເມືອງ ຄວບຄູ່ກັບການພັດທະນາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂບັນທີ່ອາດກໍ່ໃຫ້ເກີດຄວາມບໍ່ສະຫງົບ.
ພ້ອມນີ້ ກໍໃຫ້ພ້ອມກັນຊອກຄົ້ນທຸກທ່າແຮງບົ່ມຊ້ອນໃນດ້ານຕ່າງໆພາຍໃນທ້ອງຖິ່ນຕົນ ເພື່ອນໍາໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງຢ່າງຕໍ່ເນື່ອງ. ສະຫາຍ ເລຂາພັກແຂວງ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ໃນການສ້າງຕັ້ງຕາແສງ, ເຊິ່ງເປັນການປັບປຸງບູລະນະ ລະບອບປະຊາທິປະໄຕປະຊາຊົນ ເພື່ອສ້າງຮາກຖານການເມືອງໃຫ້ໜັກແໜ້ນເຂັ້ມແຂງ. ເຊິ່ງແມ່ນເນື້ອໃນຈິດໃຈຂອງພັກໃນການຫັນວຽກ, ຫັນບໍລິການຂອງລັດ, ຫັນນະໂຍບາຍ, ຫັນງົບປະມານ, ຫັນຄົນລົງສູ່ຮາກຖານ. ແນໃສ່ເພື່ອບໍລິການໃຫ້ແກ່ປະຊາຊົນ ມີຄວາມສະດວກສະບາຍ, ຈາກນັ້ນ ກໍໃຫ້ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈທຸກແນວທາງປ່ຽນແປງໃໝ່ຂອງພັກ-ລັດ, ສ້າງໃຫ້ເຂົາເຈົ້າ ມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄັມ ແລະ ໃຫ້ປະຊາຊົນ ໄດ້ຊົມໃຊ້ໝາກຜົນທີ່ພວກເຂົາ ມີສ່ວນຮ່ວມ.
ສຳລັບ ພະນັກງານທີ່ໄປປະຈຳຢູ່ສຳນັກງານຕາແສງ ກໍໃຫ້ເຂົ້າໃຈວ່າ ນັ້ນ ບໍ່ແມ່ນການລົງຮາກຖານ ແຕ່ແມ່ນການລົງໄປຮັບໜ້າທີ່ໃໝ່ ເພື່ອນຳພາ-ຊີ້ນຳປະຊາຊົນໃຫ້ຮູ້ທໍາການຜະລິດ, ສ້າງເສດຖະກິດປ່ຽນແປງໃໝ່ທີ່ກ້າວໜ້າ, ມີຄຸນະພາບ, ເຊິ່ງຄະນະພັກຕາແສງ ຕ້ອງເປັນເຈົ້າການພັດທະນາທ້ອງຖິ່ນ ເຮັດໃຫ້ປະຊາຊົນ-ບັນດາເຜົ່າ ມີຊີວິດການເປັນຢູ່ທີ່ດີຂຶ້ນ ຕາມແນວທາງນະໂຍບາຍຂອງພັກ-ລັດວາງໄວ.
