ສະມາຊິກສະພາປະຊາຊົນແຂວງ, ລົງເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ໃຫ້ຜູ້ມີສິດເລືອກຕັ້ງ ໃນເຂດນະຄອນໄກສອນພົມວິຫານ

ວັນທີ 6 ພະຈິກນີ້ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງນະຄອນໄກສອນ ແຂວງສະຫວັນນະເຂດ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ (ຊຸດທີ X) ແລະ ສະພາປະຊາຊົນແຂວງ (ຊຸດທີ V).

ການລົງເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງດັ່ງກ່າວ ໄດ້ແບ່ງເປັນ 2 ຈຸເຄື່ອນໄຫວ, ຊຶ່ງຈຸທີ 2 ນຳພາໂດຍທ່ານ ພັທ ສຸກສາຄອນ ສີສຸກ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງນະຄອນໄກສອນ ແລະ ທ່ານ ນາງ ບົວລຽນ ເກດໂສພາພອນ ສະມາຊິກສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວທີ່ບ້ານອຸດົມວິໄລ ຕາແສງຈອມແກ້ວ.

ການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຄັ້ງນີ້ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງນະຄອນໄກສອນ ກໍໄດ້ຜັດປ່ຽນກັນ ຂຶນເຜີຍແຜ່ຜົນສໍາເລັດກອງປະຊຸມຄັັ້ງປະຖົມມະລຶກຂອງສະພາແຫ່ງຊາດ (ຊຸດທີ X) ເຊິ່ງປະກອບມີມະຕິຕ່າງໆຂອງກອງປະຊຸມສະພາແຫ່ງຊາດ ແລະ ມະຕິຂອງສະພາປະຊາຊົນແຂວງ ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ທີ່ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພຶ້ນຖານ ຕາມລັດຖະທຳມະນູນ ແລະ ກົດໝາຍ. ຈຸດປະສົງ ການລົງເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກຄັ້ງນີ້ ຕົ້ນຕໍ ກໍເພື່ອແນໃສ່ໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້ເຂົ້າໃຈ ແລະ ເປັນເຈົ້າການຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງໃນແຕ່ລະໄລຍະ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa