ສະມາຊິກສະພາປະຊາຊົນແຂວງ  ປະຈໍາເຂດເລືອກຕັ້ງນະຄອນໄກສອນພົມວິຫານ ລົງພົບປະຜູ້ມີສິດເລືອກຕັ້ງ ຕາແສງຈອມແກ້ວ

ວັນທີ 6 ພະຈິກນີ້ ທີ່ສະໂມສອນບ້ານທ່າຊະໂນ ຕາແສງຈອມແກ້ວ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງນະຄອນໄກສອນພົມວິຫານ ລົງພົບປະໂອ້ລົມ ແລະ ຮັບຟັງຄວາມຄິດເຫັນຈາກຜູ້ມີສິດເລືອກຕັ້ງ.

ການລົງເຄື່ອນໄຫວໃນຄັ້ງນີ້ ໄດ້ແບ່ງເປັນ 2 ຈຸ. ຈຸທີ 1 ນຳໂດຍທ່ານ ພົງຄຳຮັກ ບຸດທະວົງ ກໍາມະການປະຈຳພັກແຂວງ, ເລຂາຄະນະບໍລິຫານງານພັກນະຄອນ, ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງນະຄອນໄກສອນພົມວິຫານ ແລະ ທ່ານ ນາງ ແກ້ວອຸດອນ ໄຊຍັນທອນ ກຳມະການພັກນະຄອນ ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງນະຄອນ.

ໃນລົງພົບປະໂອ້ລົມຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງນະຄອນ ຍັງໄດ້ຮັບຟັງຄວາມຄິດເຫັນ ຈາກຜູ້ມີສິດເລືອກຕັ້ງ ທີ່ສະເໜີ ເພື່ອນຳໄປພິຈາລະນາ ແລະ ສ່ອງແສງຫາພາກສ່ວນທີ່ກ່ຽວຂ້ອງ ລົງແກ້ໄຂ.

ຕໍ່ຄໍາສະເໜີຂອງຜູ້ມີສິດເລືອກຕັ້ງ ທັງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ກໍໄດ້ສະແດງຄວາມຍິນດີ, ຂອບອົກຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງພໍ່-ແມ່ປະຊາຊົນ ທີ່ອອກໄປໃຊ້ສິດເລືອກຕັ້ງ ອັນໄດ້ເຮັດໃຫ້ການເລືອກຕັ້ງໃນຄັ້ງ ສໍາເລັດຕາມຄາດໝາຍ ແລະ ໄວ້ເນື້ອເຊື່ອໃຈເລືອກເອົາຕົວແທນຂອງຕົນ ເຂົ້າໄປນັ່ງຢູ່ສະພາ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ-ບັນດາເຜົ່າໃນທົ່ວແຂວງ ກໍຄື ນະຄອນ ໃນການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງຊາດ, ຂອງແຂວງ ແລະ ຂອງນະຄອນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.

ຈາກນັ້ນ ຍັງມີຂໍ້ສະເໜີຕ່າງໆຈາກປະຊາຊົນ, ເປັນຕົ້ນ ບັນຫາການກໍ່ສ້າງເສັ້ນທາງ, ຂົວ, ໄຟຟ້າ, ການອອກໃບຕາດິນ ແລະ ບັນຫາອື່ນໆ, ມີບາງຂໍ້ສະເໜີ ທາງຄະນະ ກໍໄດ້ອະທິບາຍຊີ້ແຈງໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະ ອີກຈຳນວນນຶ່ງ ກໍໄດ້ສັງລວມສົ່ງໃຫ້ພາກສ່ວນກ່ຽວຂ້ອງ ນຳໄປຄົ້ນຄວ້າແກ້ໄຂຕາມຄວາມເໝາະສົມ ແລະ ຖືກຕ້ອງຕາມລະບຽບການ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa