ແຂວງສະຫວັນນະເຂດ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດໄລຍະ 5 ປີຜ່ານມາ

ແຂວງສະຫວັນນະເຂດ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດໄລຍະ 5 ປີຜ່ານມາ
    ທີ່ຫ້ອງວ່າການແຂວງສະຫວັນນະເຂດ, ໃນວັນທີ 13 ພະຈິກ 2026, ໄດ້ຈັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະວຽກງານສາມສ້າງ ໄລຍະ 5 ປີ(2022-2026) ແລະວາງທິດທາງແຜນການໃນ 5 ປີຕໍ່ໜ້າ. ພາຍໃຕ້ການເປັນປະທານນຳພາກອງປະຊຸມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພິເສດມີທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ, ພ້ອມດ້ວຍເລຂາພັກຮາກຖານ-ໜ່ວຍພັກຮາກຖານພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາທ່ານການນຳ 14 ເມືອງ-ນະຄອນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງກ່າວໂອ້ລົມ ແລະໃຫ້ທິດຊີ້ນຳຕໍ່ກອງປະຊຸມ ແລະຍັງໄດ້ໃຫ້ກຽດເຜີຍແຜ່ເນື້ອໃນສຳຄັນມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ສະບັບເລກທີ 72/ຄບສພ, ລົງວັນທີ 12 ຕຸລາ 2026.
ວາລະຕໍ່ມາ, ທ່ານ ອ່ອນລຳພັນ ບົວສີແກ້ວ ຫົວໜ້າຫ້ອງວ່າການແຂວງ ທັງເປັນຫົວໜ້າກອງເລຂາ ກໍ່ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນ ນະບົດ-ແກ້ໄຂຄວາມທຸກຍາກ ແລະວຽກງານສາມສ້າງ ໄລຍະ 5 ປີ 2022-2026 ແລະທິດທາງແຜນການ 5 ປີຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ຮູ້ວ່າ: ໄລຍະຜ່ານມາ, ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ສູງໃນການນຳພາ-ຊີ້ນຳວຽກງານ 3 ປະສານ(ວຽກກໍ່ສ້າງຮາກຖານການເມືອງ, ວຽກພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະວຽກສາມສ້າງ), ນອກນັ້ນ ກໍ່ໄດ້ມີການປະກອບສ່ວນໃນທົ່ວສັງຄົມທັງພາຍໃນ ແລະຕ່າງປະເທດ ເຮັດໃຫ້ຫຼາຍຄາດໝາຍ ແລະຕົວຊີ້ບອກ ສາມາດບັນລຸ ແລະມີຄວາມຄືບໜ້າໃນລະດັບດີ, ຜ່ານການສະຫຼຸບຕີລາຄາຈາກຂະແໜງການກ່ຽວຂ້ອງ, ໃນທົ່ວແຂວງມີທັງໝົດຈໍານວນ 1,034 ບ້ານ, ມີ 180,433 ຄອບຄົວ, ໃນນັ້ນ ມີຄອບຄົວພົ້ນທຸກ 160,328 ຄອບຄົວ ກວມເອົາ 88.86%, ຄອບຄົວພັດທະນາ 132,946 ຄອບຄົວ, ກວມເອົາ 73.68%, ບ້ານພົ້ນທຸກ 836 ບ້ານ ກວມ 80.85%, ມີບ້ານພັດທະນາ ຈໍານວນ 319 ບ້ານ, ກວມເອົາ 30.85% ຂອງຈໍານວນບ້ານທົ່ວແຂວງ, ມີເມືອງພົ້ນທຸກແລ້ວ 11 ເມືອງ, ໄດ້ເອົາໃຈໃສ່ໃກ້ສິດຕິດແທດອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນທົ່ວແຂວງ ໂດຍເຜີຍແຜ່ເຊື່ອມຊຶມນະໂຍບາຍແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ ແລະນິຕິກຳຕ່າງໆ, ປຸກລະດົມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ເຊື່ອມຊຶມມະຕິກອງປະຊຸມຄະນະບໍລິຫານງານພັກ ສະໄໝທີ X, ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດບັນດາມະຕິສະພາປະຊາຊົນແຂວງ ແລະແຜນພັດທະນາພຶ້ນຖານໂຄງລ່າງຢູ່ບັນດາບ້ານຂອງເມືອງ ມີຄວາມເຂັ້ມແຂງຢູ່ຂັ້ນຮາກຖານ.
    ໃນກອງປະຊຸມ, ຍັງໄດ້ມີການລາຍງານການຈັດຕັ້ງປະຕິບັດວຽກງານ 3 ສ້າງ 5 ປີ 2022-2026 ແລະທິດທາງແຜນການ; ລາຍງານວຽກງານປ້ອງກັນຊາດ ໃນການສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ ຕິດພັນກັບວຽກກໍ່ສ້າງຮາກຖານການເມືອງ, ການແກ້ໄຂ ແລະສະກັດກັ້ນ ບັນຫາຄ້າຂາຍເຖື່ອນຕາມເຂດບ້ານລຽບຊາຍແດນ ລາວ-ໄທ, ລາວ-ຫວຽດນາມ, ການລັກລອບດູດແຮ່-ຊາຍຕາມລໍານໍ້າຂອງ; ລາຍງານວຽກງານປ້ອງກັນຄວາມສະຫງົບສຸກ ເປັນຕົ້ນ: ການຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ; ລາຍງານກ່ຽວກັບແຜນພັດທະນາ 6 ຕາແສງ ໃນ 5 ເມືອງ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ແລະວຽກງານອື່ນໆທີ່ກ່ຽວຂ້ອງ, ພ້ອມນັ້ນ ບັນດາທ່ານທີ່ເຂົ້າຮ່ວມ ກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃນແຕ່ລະຂົງເຂດວຽກງານຕື່ມອີກ.
    ໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມ ກໍ່ໄດ້ມີການເຈາະຈີ້ມໃນແຕ່ລະບັນຫາຢ່າງເລິກເຊິ່ງ ແລະຖືກຕ້ອງສອດຄ່ອງກັບສະພາບການຕົວຈິງໃນປະຈຸບັນ, ແນໃສ່ເພື່ອເຮັດໃຫ້ວຽກງານສ້າງຮາກຖານການເມືອງ, ພັດ ທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະວຽກງານສາມສ້າງທົ່ວແຂວງໃນ 5 ປີຕໍ່ໜ້ານີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa