
ກອງປະຊຸມສະຫຼຸບວຽກງານຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027 ຈັດຂຶ້ນໃນວັນທີ 12-13 ພະຈິກ 2026 ທີ່ຫ້ອງປະຊຸມໃຫຍ່ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ. ໂດຍການເປັນປະທານຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ໃນນີ້ ຍັງມີທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ ສານ ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີຫົວໜ້າ ຮອງຫົວໜ້າກົມ ກ່ຽວຂ້ອງ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີຫົວໜ້າ ຮອງຫົວໜ້າພະແນກ ແລະ ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ໃນ 18ແຂວງ ທົ່ວປະເທດເຂົ້າຮ່ວມ.
ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ຊີ້ໃຫ້ເຫັນວ່າ: ການຄຸ້ມຄອງອິນເຕີເນັດ ເປັນວຽກງານໜຶ່ງທີ່ສໍາຄັນ ທີ່ຕິດພັນກັບການພັດທະນາປະເທດ ໃນຍຸກການຫັນເປັນດິຈິຕອນ, ອິນເຕີເນັດ ເປັນໂຄງລ່າງພື້ນຖານທີ່ສໍາຄັນ ສໍາລັບການພັດທະນາເສດຖະກິດດິຈິຕອນ. ສະນັ້ນ ຈຶ່ງຕ້ອງສົ່ງເສີມການພັດທະນາ ແລະ ການນໍາໃຊ້ອິນເຕີເນັດໃຫ້ເກີດຜົນປະໂຫຍດສູງສຸດ, ຄຽງຄູ່ກັບການຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມປອດໄພທາງໄຊເບີ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.ໃນນີ້ ວຽກງານການຄຸ້ມຄອງໂຄງລ່າງພື້ນຖານດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ຕ້ອງໄດ້ຮັບການເອົາໃຈໃສ່ເປັນພິເສດ, ຕ້ອງຮັບປະກັນການເຊື່ອມຕໍ່ໃຫ້ຖືກຕ້ອງຕາມລະບຽບການ, ສາມາດກວດສອບແຫຼ່ງທີ່ມາ, ປາຍທາງ ແລະ ຕົວຕົນຂອງຜູ້ຮັບຜິດຊອບ ໃນແຕ່ລະໄລຍະການເຊື່ອມຕໍ່ໄດ້. ພ້ອມນີ້ ຕ້ອງເພີີ່ມທະວີມາດຕະການປ້ອງກັນ, ເຝົ້າລະວັງ ແລະ ຮັບມືກັບໄພຄຸກຄາມທາງອິນເຕີເນັດ ເພື່ອຮັກສາຄວາມໝັັ້ນຄົງ, ຄວາມຕໍ່ເນື່ອງ ແລະ ຄວາມປອດໄພຂອງລະບົບ.
ກອງປະຊຸມຄັ້ງນີ້ ຈັດຂື້ນເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດ, ບັນດາຜົນສໍາເລັດ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ພ້ອມທັງກໍານົດທິດທາງ ແລະ ມາດຕະການແກ້ໄຂໃຫ້ເໝາະສົມກັບສະພາບການຕົວຈິງໃນຕໍ່ໜ້າ.
ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ນິຕິກໍາ ທີ່ກ່ຽວຂ້ອງກັບຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ທີ່ມີຄວາມສອດຄ່ອງກັບສະພາບການໃນຍຸກໃຫມ່ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານໃນແຕ່ລະໄລຍະ, ທົບທວນປັບປຸງນິຕິກໍາ ໂດຍໄດ້ເນັ້ນເຖິງພາລະບົດບາດ, ສິດ, ໜ້າທີ່, ໂຄງຮ່າງການຈັດຕັ້ງ, ກົນໄກປະສານງານ, ບຸກຄະລາກອນ, ງົບປະມານ ແລະ ອຸປະກອນຮອງຮັບທີ່ຈໍາເປັນ ເພື່ອເຮັດໃຫ້ການດໍາເນີນງານຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ມີຄວາມເປັນເອກະພາບ, ເປັນລະບົບ ແລະ ສາມາດຕອບສະໜອງຕໍ່ສະພາບການປ່ຽນແປງຢ່າງທັນການ ແລະ ພ້ອມກັນກໍານົດທິດທາງແຜນການຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈໍາປີ 2027, ການຈັດລຽງບັນດາໜ້າວຽກສໍາຄັນ, ກໍານົດມາດຕະການດໍາເນີນງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ບັນດາພາກສ່ວນກ່ຽວຂ້ອງຢ່າງຈະແຈ້ງ, ໂດຍຕ້ອງກໍານົດຜົນໄດ້ຮັບ, ຄາດໝາຍສູ້ຊົນ ແລະ ກົນໄກຕິດຕາມປະເມີນຜົນ ເພື່ອສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ແລະ ມິປະສິດທິຜົນສູງ.
