ເມືອງໄຊບູລີ ແຂວງສະຫວັນະເຂດ ເປີດຮຽນກົດລະບຽບພັກ ປະຊາຊົນ ປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ເປັນຊຸດທີ II ປະຈໍາປີ 2026

ການເປີດຮຽນກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ຂອງພັກ ໃຫ້ມະຫາຊົນກ້າວໜ້າ ໄດ້ຈັດຂຶ້ນ ໃນວັນທີ 6 ພະຈິກຜ່ານມານີ້. ໂດຍການເປັນປະທານຂອງສະຫາຍ ນາງ ຈັນສະໝອນ ອິນທິລາດ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ.

ການຮຽນກົດລະບຽບພັກ ປະຊາຊົນ ປະຕິວັດລາວຄັ້ງນີ້ ເປົ້າໝາຍຫຼັກ ກໍເພື່ອແນ່ໃສ່ການເຊື່ອມຊຶມບາງໝວດ, ບາງມາດຕາ ຂອງກົດລະບຽບພັກ. ເປັນຕົ້ນ ຄວາມຮູ້ພື້ນຖານກ່ຽວກັບພັກ ປະຊາຊົນ ປະຕິວັດລາວ, ມາດຖານເງື່ອນໄຂຂອງມະຫາຊົນ ຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ສິດຂອງສະມາຊິກພັກ ແລະ ການສີ້ນສຸດເປັນສະມາຊິກພັກ. ຂໍ້ຫ້າມສໍາລັບສະມາຊິກພັກ, ຫລັກການຈັດຕັ້ງ ແລະ ລະບົບສາຍໃຍການຈັດຕັ້ງຂອງພັກ. ເພື່ອເຮັດໃຫ້ມະຫາຊົນກ້າວໜ້າ ໄດ້ຮັບຮູ້ ເຂົ້າໃຈ, ທັງເປັນການຍົກລະດັບຄວາມຮູ້ ຄວາມສາມາດດ້ານວຽກພັກໃຫ້ສູງຂຶ້ນ ແລະ ພ້ອມນໍາໄປໝຸນໃຊ້ເຂົ້າໃນວຽກງານຕົວຈິງ ທີ່ຕົນຮັບຕົນຜິດຊອບ, ສ້າງໃຫ້ຕົນ ມີຄວາມກ້າວໜ້າ, ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ສ້າງຕົນເອງ ກາຍເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວຢ່າງສົມບູນ.

ສຳລັບ ເອກະສານຕ່າງໆ ທີ່ນໍາມາເປີດຮຽນຄັ້ງນີ້ ທັງໝົດ ມີ XV ໝວດ, ມີ 64 ມາດຕາ. ມີມະຫາຊົນກ້າວໜ້າ ຮ່ວມຮຽນທັງໝົດ 57 ສະຫາຍ, ຍິງ 27 ສະຫາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa