
ວັນທີ 5 ພະຈິກນີ້ ການນຳນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ນຳໂດຍທ່ານ ພົງຄຳຮັກ ບຸດທະວົງ ເລຂາພັກນະຄອນໄກສອນ ແລະ ທ່ານ ບຸນສີ ຂຸນນະເສນ ປະທານຄະນະກຳມະການປົກຄອງນະຄອນໄກສອນພ້ອມດ້ວຍຫົວໜ້າຫ້ອງວ່າການນະຄອນ, ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງນະຄອນ ແລະ ປະທານ ບໍລິສັດ ອຸດົມສຸກ ກໍໄດ້ລົງຊຸກຍູ້, ຕິດຕາມ ແລະ ກວດກາການກໍ່ສ້າງຍົກລະດັບເສັ້ນທາງປູຢາງ 2ຊັ້ນ (ເສັ້ນທາງ BL) ແຕ່ສາມແຍກເສັ້ນທາງອານຶ່ງ (A1) ຫາ ສາມແຍກ
ການລົງຕິດຕາມຂອງຄະນະນຳຄັ້ງນີ້ ເຫັນວ່າເສັ້ນທາງດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນຕຸລາ 2026 ເປັນຕົ້ນມາ. ຊຶ່ງຊ່ວງນັ້ນ ກໍຢູ່ໃນໄລຍະຊ່ວງລະດູຝົນ ເຮັດໃຫ້ການສັນຈອນໄປມາຂອງພໍ່-ແມ່ປະຊາຊົນ ມີຄວາມ ຫຍຸ້ງຍາກລຳບາກ, ດັ່ງນັ້ນ ການນຳນະຄອນ ຈຶ່ງໄດ້ລົງຕິດຕາມກວດກາເບິ່ງສະພາບການກໍ່ສ້າງຢ່າງໃກ້ຊິດ ເພື່ອເປັນການກະຕຸກຊຸກຍູ້ ເຮັດໃຫ້ການຍົກລະດັບເສັ້ນທາງສາຍດັ່ງກ່າວ ສຳເລັດຕາມແຜນການ ແລະ ເຮັດໃຫ້ການສັນຈອນໄປ-ມາຂອງປະຊາຊົນ ມີຄວາມສະດວກສະບາຍຂຶ້ນຕື່ມ.
ສຳລັບ ໂຄງການຍົກລະດັບເສັ້ນທາງປູຢາງເສັ້ນນີ້ ມີຄວາມຍາວທັງໝົດ ປະມານ 2ກິໂລແມັດ, ມີຄວາມກວ້າງ 5 ແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 4ຕື້ກວ່າກີບ (ນຳໃຊ້ງົບປະມານຂອງລັດ 100%), ໂດຍບໍລິສັດ ອຸດົມສຸກກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ. ໃນນັ້ນ ລວມມີໜ້າວຽກຫຼັກທີ່ທາງບໍລິສັດ ໄດ້ຈັດຕັ້ງປະຕິບັດ ຄືການປັບຮູບໜ້າທາງ, ຂຸດລອກ ແລະ ດັດແປງຮ່ອງລະບາຍນ້ຳ, ຍົກລະດັບພື້ນທາງ ແລະ ປູຢາງ 2ຊັ້ນ, ພ້ອມຕິດຕັ້ງທໍ່ລະບາຍນ້ຳຂະໜາດ 80 ຫາ 100 ຊັງຕີແມັດ ເພື່ອຮັບປະກັນໃຫ້ແກ່ການລະບາຍນ້ຳ ໃນຊ່ວງລະດູຝົນ.
