ເມືອງພີນ ປະກາດສ້າງຕັ້ງຕາແສງຕາດໄຮ ເປັນຕາແສງທີ 5 ສຸດທ້າຍຂອງເມືອງ

ວັນທີ 5ພະຈິກນີ້ ເມືອງພີນ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດສ້າງຕັ້ງຕາແສງຕາດໄຮຢ່າງເປັນທາງການ, ໂດຍການເປັນປະທານຂອງສະຫາຍ ພູລັດຕະນະ ພົມມະຫາໄຊ ກຳມະການພັກແຂວງ ເລຂາຄະນະບໍລິຫານງານເມືອງພີນ.

ໃນພິທີ ພາຍຫຼັງທີ່ສະຫາຍ ເກດສະໜາ ບຸດຕະວົງ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ຂຶ້ນກ່າວເປີດພິທີສ້າງຕັ້ງຕາແສງຕາດໄຮຢ່າງເປັນທາງການແລ້ວ. ສະຫາຍ ພູເຂົາ ໄຊຍະວົງ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ ກໍໄດ້ລາຍງານສະພາບຄວາມພ້ອມ ໃນການສ້າງຕັ້ງຕາແສງຕາດໄຮ. ເຊິ່ງຕາແສງດັ່ງກ່າວ ເປັນຕາແສງທີ 5 ແລະ ເປັນຕາແສງສຸດທ້າຍຂອງເມືອງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ, ຫ່າງຈາກເທດສະບານເມືອງ ປະມານ 31 ກິໂລແມັດ, ມີ 12 ບ້ານຂຶ້ນກັບ, ປະກອບມີ ບ້ານຕາດໄຮເຊ, ຕັງອາໄລ, ຕາດໄຮໂຄກ, ກະແມບເຊ, ໂນນໄຊ, ແກ້ງກົວະ, ບົກ, ແກະ, ທົ່ງມີໄຊ, ໂນນວິໄລ, ນາເພັກ ແລະ ບ້ານໜອງບົວ, ມີພົນລະເມືອງ ທັງໝົດ 9,770 ກວ່າຄົນ, ຍິງ 4,690 ກວ່າຄົນ, ມີ 2,061 ຄອບຄົວ, ມີ 1,487ຫຼັງຄາເຮືອນ, ເປັນຊົນເຜົ່າກະຕາງ, ມັງກອງ ແລະ ລາວລຸ່ມ, ອາຊີບ ສ່ວນໃຫຍ່ປູກຝັງ  ແລະ ລ້ຽງສັດ.

ສະຫາຍ ທຳມະລາດ ມະນີວົງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຍັງໄດ້ຜ່ານມະຕິ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງອົງຄະນະພັກຕາແສງຕາດໄຮ, ໂດຍໄດ້ຕົກລົງແຕ່ງຕັ້ງສະຫາຍ ບົວສີ ພະຈັນສິດທິ ກໍາມະການພັກເມືອງ ເປັນເລຂາຄະນະພັກຮາກຖານຕາແສງ, ສະຫາຍ ພັນໂທ ຄຳພຸດ ຈັນສູນທອນ ເປັນຮອງເລຂາຄະນະພັກຮາກຖານ ທັງເປັນປະທານກວດກາ, ສະຫາຍ ພົມມາ ມາກເທບພະວົງ, ສະຫາຍ ທອງດຳ ພົມຫຼວງວິຊາ, ສະຫາຍ ພັນຕີ ລົດຈະນາ ໄຊຍະວົງ ເປັນກຳມະການ, ພ້ອມນັ້ນ ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງທ່ານ ບົວສີ ພະຈັນສິດທິ ກຳມະການພັກເມືອງ ເປັນປະທານຄະນະກຳມະການປົກຄອງແສງ, ທ່ານ ພັນໂທ ຄຳພຸດ ຈັນສູນທອນ ແລະ ທ່ານ ພົມມາ ມາກເທບພະວົງ ເປັນຮອງປະທານຄະນະກຳມະການ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa