ແຂວງສະຫວັນນະເຂດ, ສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

 

ແຂວງສະຫວັນນະເຂດ, ສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ.

ໃນວັນທີ 13 ກຸມພາ 2024 ຜ່ານມາ. ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ສົມທົບກັບການນຳຂອງແຂວງ ຈັດຕັ້ງການສະເຫຼີມສະຫຼອງ ວັນປະຫວັດສາດສຳຄັນ: ເນື່ອງໃນໂອກາດ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 08/02/1924-08/02/2024 ) ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການແຂວງ.

ໃຫ້ກຽດຂຶ້ນປາຖະກະຖາ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໂດຍ ທ່ານ ບົວສອນ ບຸບຜາວັນອາດິດກົມການເມືອງສູນກາງພັກ, ອາດິດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ເຂົ້າຮ່ວມຮັບຟັງມີ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໆສະຫວັນນະເຂດ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ເລຂາພັກເມືອງ-ນະຄອນ, ເລຂາ, ຮອງເລຂາ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຄະນະກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະເຫງົບ, ຕະຫຼອດຮອດສະຖາບັນການສຶກສາພາກລັດ ແລະ ເອກະຊົນ, ບໍລິສັດ-ວິສະຫະກິດ. ເຂົ້າຮ່ວມທັງໝົດ 325 ຄົນ, ຍິງ 162 ຄົນ.

 

ໂອກາດນີ້, ທ່ານ ບົວສອນ ບຸບຜາວັນອາດິດກົມການເມືອງສູນກາງພັກ, ອາດິດນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍ່ໄດ້ ໃຫ້ກຽດຂຶ້ນເລົ່າຄືນຈຸດເລີມຕົ້ນ ການເຄື່ອນໄຫວປະຕິວັດຂອງ ປະທານ ຄຳໄຕສິພັນດອນ, ການຕໍ່ສູ້ຕ້ານຝຣັ່ງ ແລະ ຈັກກະພັດອາເມລິກາ ລົງເລີກການຊີ້ນຳໂດຍກົງປຸກລະດົມກອງທັບ ແລະປະຊາຊົນ ທັບມ້າງກົນອຸບາຍຂອງສັດຕູ້ຈົນໄດ້ຮັບໄຊຊະນະຢ່າງສົມບູນ, ນອກນັ້ນ, ເພິ່ນຍັງມີບົດບາດອັນສຳຄັນ ໃນການຊີ້ນຳ-ນຳພາປະຕິບັດສອງໜ້າທີຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອພາລະກິດປ່ຽນແປ່ງໃໝ່ຂອງພັກ, ໃນນັ້ນທ່ານຍັງໄດ້ເນັ້ນເຖີງຄວາມເປັນຮ່ວງເປັນໃຍ ໃຫ້ປະຊາຊົນຜະລິດໃຫ້ຫຼາຍ, ໃຫ້ກາຍເປັນສີນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ. ເພື່ອລະນຶກເຖີງຄຸນງາມຄວາມດີຂອງເພີ່ນທີ່ມີຕໍ່ປະເທດຊາດ ແນ່ໃສຮຽນຮູ້ ແລະ ນໍາເອົາແບບຢ່າງທີ່ດີຂອງເພີ່ນໝູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະດຳລົງຊີວິດຂອງພະນັກງານ, ສະມາຊີກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງ ເພື່ອສຶບຕໍ່ພັດທະນາປະເທດຊາດ ກ້າວຂື້ນຕາມອຸດົມການຂອງພັກຢ່າງມີໄຊ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa