
ແຂວງສະຫວັນນະເຂດ ຈັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ ຊຸດທີ V ຢ່າງເປັນທາງການ
ໃນວັນທີ 22 ເມສາ 2026 ນີ້, ທີ່ຫໍວັດທະນະທຳໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ຂຶ້ນຢ່າງສົມກຽດ ແລະ ເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ພ້ອມດ້ວຍບັນດາການນຳຫຼັກແຫຼ່ງຂອງແຂວງ ແລະ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງກອງ

ປະຊຸມໃນຄັ້ງນີ້ມີ ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ຊຸດທີ IV ເປັນປະທານກອງປະຊຸມ ພ້ອມທັງໄດ້ກ່າວສູນທອນພົດເປີດກອງປະຊຸມ ໂດຍໄດ້ເນັ້ນໜັກເຖິງຜົນສຳເລັດອັນສະງ່າງາມໃນໄລຍະ 5 ປີຜ່ານມາ ທີ່ພາຍໃຕ້ການນຳພາຂອງພັກ ແລະ ການຮ່ວມແຮງຮ່ວມໃຈຂອງປວງຊົນ ສາມາດເຮັດໃຫ້ແຂວງສະຫວັນນະເຂດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບຮຽບຮ້ອຍ ແລະ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຈົນສົ່ງຜົນໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ.

ໃນໂອກາດອັນສະງ່າງາມນີ້ ທ່ານ ນາງ ພູທອນ ແກ້ວພູວົງ ຕາງໜ້າຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ຂຶ້ນລາຍງານຜົນສຳເລັດຂອງການເລືອກຕັ້ງ ເມື່ອວັນທີ 22 ກຸມພາ 2026 ທີ່ຜ່ານມາ ເຊິ່ງຖືເປັນໄຊຊະນະອັນຍິ່ງໃຫຍ່ຂອງຊາວແຂວງສະຫວັນນະເຂດ ຍ້ອນມີຕົວເລກຜູ້ໄປໃຊ້ສິດປ່ອນບັດຕົວຈິງສູງເຖິງ 569,532 ຄົນ ເທົ່າກັບ 100% ຂອງຈໍານວນຜູ້ມີສິດປ່ອນບັດທັງໝົດ ໂດຍຜ່ານກອງປະຊຸມແມ່ນໄດ້ຢັ້ງຢືນການຄັດເລືອກສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ຈຳນວນ 21 ທ່ານ ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຈຳນວນ 75 ທ່ານ ເຊິ່ງໃນນັ້ນມີເພດຍິງກວມເອົາເຖິງ 29.33% ສະແດງໃຫ້ເຫັນເຖິງຄວາມຕື່ນຕົວທາງດ້ານການເມືອງ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກັບລະບອບປະຊາທິປະໄຕ ໂດຍກອງປະຊຸມຄັ້ງປະຖົມມະລຶກນີ້ ຈະເປັນຂີດໝາຍສຳຄັນໃນການເລີ່ມຕົ້ນພາລະກິດຂອງສະພາປະຊາຊົນແຂວງ ຊຸດທີ V ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ປັບປຸງກົນໄກການບໍລິຫານລັດໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງ ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາແຂວງສະຫວັນນະເຂດໃຫ້ມີຄວາມຮຸ່ງເຮືອງສີວິໄລໃນຕໍ່ໜ້າ.
