ແຂວງສະຫວັນນະເຂດ, ສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງ ຊຸດທີ V

ແຂວງສະຫວັນນະເຂດ, ສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງ ຊຸດທີ V
  ໃນຕອນບ່າຍຂອງວັນທີ 24 ເມສາ 2026 ນີ້ຢູ່ທີ່ຫໍວັດທະນະທຳໄກສອນພົມວິຫານ ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ ຊຸດທີ V ແມ່ນໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປະລິນຍາເອກ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 , ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 , ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 , ສະມາຊິກສະພາປະຊາຊົນແຂວງ, ແຂກຖຶກເຊີນເຂົ້າຮ່ວມ.

ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ໄດ້ກ່າວປິດກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ໄດ້ຈັດຂຶ້ນຢ່າງເປັນທາງການ ໃນບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນພາຍໃນແຂວງ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະບໍລິຫານງານພັກແຂວງ ເຂົ້າໃນ ທຸກຂົງເຂດວຽກງານ ແລະ ມີຄວາມເບີກບານມ່ວນຊື່ນ ຕໍ່ຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ທີ່ຈັດຂຶ້ນໃນວັນທີ 22 ກຸມພາ ຜ່ານມາ.
  ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ກອງປະຊຸມສະແດງຄວາມປິຕິຊົມຊື່ນ ແລະ ຊົມເຊີຍ ຕໍ່ບັນດາທ່ານທີ່ໄດ້ຮັບຄວາມໄວ້ວາງໃຈ, ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນຜູ້ມີສິດເລືອກຕັ້ງ ທົ່ວແຂວງສະຫວັນນະເຂດ ທີ່ໄດ້ເລືອກເອົາບັນດາທ່ານເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ຊຸດທີ X, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເຊິ່ງໄດ້ ເຂົ້າຮ່ວມກອງປະຊຸມຄັ້ງນີ້ຢ່າງພ້ອມພຽງກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ V ໃນຄັ້ງນີ້ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້:
1. ຮັບຟັງການລາຍງານ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບ ຜົນການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນແຂວງ;
2. ເລືອກຕັ້ງ ປະທານສະພາປະຊາຊົນແຂວງ ຕາມການສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ IV;
3. ເລືອກຕັ້ງ ຮອງປະທານສະພາປະຊາຊົນແຂວງ ແລະ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ຕາມການສະເໜີຂອງປະທານສະພາປະຊາຊົນແຂວງ ຊຸດທີ V;
4. ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກ ຂອງສະພາປະຊາຊົນແຂວງ ຊຸດທີ V, ການແຕ່ງຕັ້ງປະທານຄະນະກຳມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຕາມການສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ V;
5. ພິຈາລະນາ, ຮັບຮອງການສະເໜີຍົກຍ້າຍບຸກລະຄາກອນ ຂອງຄະນະກຳມະການປົກຄອງແຂວງ;
6. ພິຈາລະນາ, ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງລັດຂອງແຂວງ 5 ປີ ຄັ້ງທີ X (2026-2030) ຂອງຄະນະກຳມະການປົກຄອງແຂວງ;
7. ພິຈາລະນາ, ຮັບຮອງເອົາ ແຜນການ 5 ປີ (2026-2030) ຂອງອົງການກວດກາລັດແຂວງ;
8. ພິຈາລະນາ, ຮັບຮອງເອົາ ແຜນການ 5 ປີ (2026-2030) ຂອງອົງການກວດສອບປະຈຳພາກກາງ 2
9. ພິຈາລະນາ, ຮັບຮອງເອົາ ແຜນການ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນແຂວງ;
10. ພິຈາລະນາ, ຮັບຮອງເອົາ ແຜນການ 5 ປີ (2026-2030) ຂອງສານປະຊາຊົນແຂວງ;
11. ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V.
12. ພິຈາລະນາ, ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ (2026-2030) ຂອງຄະນະກຳມະການປົກຄອງແຂວງ;

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa