
ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ປາຖະກະຖາວັນກຳມະກອນສາກົນ ຄົບຮອບ 140 ປີ
ວັນທີ 29 ເມສາ 2026 ຢູ່ທີ່ສະໂມສອນຂອງຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາວັນສໍາຄັນຕ່າງໆຂອງຊາດ ແລະສາກົນຄື: ວັນກຳມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະວັນໄຊຊະນະດຽນບຽນຟູ ຄົບຮອບ 72 ປີ, ເຊິ່ງຈັດໂດຍຄະນະໂຄສະນາອົບຮົມແຂວງ ຮ່ວມກັບພະແນກການທີ່ກ່ຽວຂ້ອງ, ພາຍໃຕ້ການການເປັນປະທານພິທີຂອງ ທ່ານ ປອ ພູລຳພອນ ສີຫາວົງ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ, ເຂົ້າຮ່ວມມີການນຳຈາກພະແນກການ, ກົມກອງ, ຫ້ອງການອ້ອມຂ້າງແຂວງ, ພ້ອມດ້ວຍສະມາຊິກພັກ-ພະນັກງານ ແລະເຫຼົ່າຮົບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າຮ່ວມ.
ໂອກາດນີ້, ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນກ່າວປາຖະກະຖາເອກະສານວັນໄຊຊະນະດຽນບຽນຟູ ຄົບຮອບ 72 ປີ, ເຊິ່ງເປັນໄຊຊະນະທີ່ສັ່ນສະເທືອນໄປທົ່ວໂລກ, ເປັນການປິດສາກລະບອບຫົວເມືອງຂຶ້ນແບບເກົ່າຂອງຝຣັ່ງ ຢູ່ອິນດູຈີນ. ໄຊຊະນະນີ້ບໍ່ພຽງແຕ່ເປັນຂອງປະຊາຊົນຫວຽດນາມອ້າຍນ້ອງເທົ່ານັ້ນ, ແຕ່ຍັງເປັນການປຸກລະດົມຈິດໃຈນັກຮົບ ແລະປະຊາຊົນລາວ ໃຫ້ລຸກຂຶ້ນຕໍ່ສູ້ເພື່ອຍາດເອົາເອກະລາດ.
ຈາກນັ້ນ, ທ່ານ ປອ ພູລຳພອນ ສີຫາວົງ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະຄວາມໝາຍຄວາມສຳຄັນຂອງວັນກຳມະກອນສາກົນ 1 ພຶດສະພາ ຄົບຮອບ 140 ປີ ເຊິ່ງທ່ານໄດ້ເນັ້ນເຖິງການຕໍ່ສູ້ຂອງຊັ້ນຄົນກຳມະກອນໃນທົ່ວໂລກ ເພື່ອທວງເອົາສິດຜົນປະໂຫຍດອັນຊອບທຳ, ເຊິ່ງເປັນກຳລັງແຮງຕົ້ນຕໍໃນການຂັບເຄື່ອນເສດຖະກິດ ແລະສັງຄົມຂອງທຸກໆປະເທດ. ພ້ອມນັ້ນກໍ່ໄດ້ຫວນຄືນເຫດການປະຫວັດສາດອັນອົງອາດກ້າຫານຂອງວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ. ເຊິ່ງແມ່ນໜຶ່ງໃນເຫດການທີ່ສະແດງໃຫ້ເຫັນເຖິງຄວາມສະຫຼາດສ່ອງໃສ, ນ້ຳໃຈຮັກຊາດອັນດູດດື່ມ ແລະຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງນັກຮົບປະຕິວັດ ລາວ ພາຍໃຕ້ການນຳພາຂອງພັກ ທີ່ສາມັກຄີຕໍ່ສູ້ກູ້ຊາດ ແລະປົດປ່ອຍຕົນເອງອອກຈາກການປິດລ້ອມຂອງສັດຕູໄດ້ຢ່າງມີໄຊ.
ຈຸດປະສົງຂອງການຈັດພິທີໃນຄັ້ງນີ້, ກໍ່ເພື່ອແນໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະກຳລັງປະກອບອາວຸດ ໃຫ້ກຳໄດ້ມູນເຊື້ອອັນລ້ຳຄ່າຂອງຊາດ, ເສີມຂະຫຍາຍນ້ຳໃຈຮັກຊາດ, ຄວາມມານະອົດທົນ ແລະຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເພື່ອສືບຕໍ່ສ້າງສາ ແລະພັດທະນາແຂວງສະຫວັນນະເຂດ ກໍ່ຄືປະເທດຊາດໃຫ້ຮຸ່ງເຮືອງສີວິໄລ, ພ້ອມເປັນການເຕືອນສະຕິໃຫ້ຄົນຮຸ່ນຫຼັງໄດ້ຈົດຈຳ ແລະສືບທອດພາລະກິດປົກປັກຮັກສາປະເທດຊາດສືບຕໍ່ໄປ.
