
ຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ, ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າພັກ
ວັນທີ 29 ເມສານີ້ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ , ໂດຍການເຂົ້າຮ່ວມ ແລະ ຜ່ານເອກະສານເຊື່ອມຊືມຂອງທ່ານ ພູເງິນ ສີວົງກອນ ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ , ໂດຍມີມະຫາຊົນກ້າວໜ້າທີ່ມາຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 26 ທ່ານ ຍິງ 16 ທ່ານ .
ໃນການເຂົ້າຮຽນສະໜັບສະໜູນໃນຄັ້ງນີ້ມະຫາຊົນກ້າວໜ້າແມ່ນຈະໄດ້ເຊື່ອມຊືມບັນດາເອກະສານຕ່າງໆທີ່ຈະເຮັດໃຫ້ມະຫາຊົນກ້າວໜ້າເຂົ້າໃຈກ່ຽວກັບພັກປະຊາຊົນປະຕິວັດລາວ ເພື່ອໄປໜູນໃຊ້ເຂົ້າໃນລະບຽບການ ແລະ ການຈັດຕັ້ງຂອງໃຜລາວ , ໃນການຮຽນສະໜັບສະໜູນຄັ້ງນີ້ແມ່ນໄດ້ຮຽນກ່ຽວກັບ ພັກການເມືອງແມ່ນຫຍັງ ແລະ ເປັນຫຍັງຈຶ່ງມີພັກການເມືອງ ,ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂື້ນຄືແນວໃດ, ພັກປະຊາຊົນປະຕິວັດລາວແມ່ນພັກຄືແນວໃດ : ເຊິ່ງພັກປະຊາຊົນປະຕິວັດລາວ ແມ່ນກອງນຳໜ້າທີ່ມີການຈັດຕັ້ງ ແມ່ນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກຳມະກອນ ແລະ ຂອງລະບອບປະຊາທິປະໄຕ ປະຊາຊົນລາວ, ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໜີຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ , ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ , ພັກປະຊາຊົນປະຕິວັດລາວ ເປັນພັກກຳອຳນາດ , ເປັນແກນນຳໃນລະບົບການເມືອງຂອງລະບອບປະຊາທິປະໄຕ , ນຳພາປະຊາຊົນລາວບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນຕາມຈຸດໝາຍສັງຄົມນິຍົມ ,ພັກປະຊາຊົນປະຕິວັດລາວແມ່ນພັກທີ່ຍຶດໝັ້ນລັດທິມາກ – ເລນິນ ດແນວຄິດໄກສອນພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານທາງດ້ານແນວຄິດ, ທິດສະດີຂອງພັກ,ເປັນເຂັມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ , ນອກຈາກນີ້ຍັງມີເອກະສານອື່ນໆຕື່ມອີກເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າໄດ້ເຂົ້າໃຈ ແລະ ເຊື່ອມຊືມຕໍ່ອົງການຈັດຕັ້ງພັກ.
