ໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດກອງປະຊຸມສ່ອງແສງ  ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳເດືອນຕຸລາ 2026 ແລະ ວາງແຜນວຽກໃນເດືອນຕໍ່ໜ້າ

 

ໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດກອງປະຊຸມສ່ອງແສງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳເດືອນຕຸລາ 2026 ແລະ ວາງແຜນວຽກໃນເດືອນຕໍ່ໜ້າ

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ລຳແກ້ວ ແສງໜູທອງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.

ໃນບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຕະຫຼອດໄລຍະ 1ເດືອນຜ່ານມາ ທ່ານ ບຸນທ່ຽງ ພອນວິໄລ ຫົວໜ້າຫ້ອງການບໍລິຫານຄະນະໂຄສະນາອົບຮົມແຂວງ ໄດ້ຍົກໃຫ້ເຫັນວ່າ: ວຽກງານຫ້ອງການບໍລິຫານ, ຈັດຕັ້ງ, ກວດກາ ແລະ ການເງິນ, ວຽກງານອົບຮົມ ຜ່ານມາ ກໍໄດ້ຕິດຕາມການເປີດຮຽນເອກະສານສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ໄດ້ເຊື່ອມຊຶມການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ (ຄັ້ງທີ XII ຂອງພັກ) ໃນຂົງເຂດອົງການຈັດຕັ້ງມະຫາຊົນ ແລະ ຂົງເຂດຕຸລາການ, ນິຕິບັນຍັດ. ວຽກງານໂຄສະນາປາຖະກະຖາ ກໍໄດ້ສົມທົບຈັດຕັ້ງປາຖະກະຖາວັນສໍາຄັນຂອງຊາດ ຂອງສາກົນ. ວຽກງານສັງລວມຂໍ້ມູນຂ່າວສານ-ຫາງສຽງສັງຄົມ ໄດ້ລົງເກັບກຳສະພາບຫາງສຽງສັງຄົມ ໃນ 5 ເມືອງເປົ້າໝາຍ ທີ່ຖືກກະທົບຈາກໄພນ້ຳຖ້ວມ. ວຽກງານສື່ມວນຊົນ ກໍໄດ້ສຸມໃສ່ການເຄື່ອນໄຫວເກັບກຳຂ່າວ, ຜະລິດ ລາຍການ ເພື່ອອອກອາກາດຜ່ານທາງໂທລະພາບ, ສະຖານີວິທະຍຸກະຈາຍສຽງ ແລະ ໜັງສືພິມສະຫວັນພັດທະນາຢ່າງຕໍ່ເນື່ອງ, ພ້ອມນັ້ນ ຍັງໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ຮັບການປັບປຸງແກ້ໄຂໃນຕໍ່ໜ້າ, ເປັນຕົ້ນ ການຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິຂອງພັກບາງບ່ອນ ຍັງຊັກຊ້າ ແລະ ການລາຍງານສະພາບຫາງສຽງສັງຄົມຂັ້ນເມືອງ ຍັງຊັກຊ້າ ບໍ່ທັນຕາມກຳນົດ.

ກອງປະຊຸມ ຍັງໄດ້ເປີດກວ້າງໃຫ້ມີການປະກອບຄຳຄິດຄຳເຫັນ, ພ້ອມຂໍ້ສະເໜີຕ່າງໆ ເພື່ອຊອກທາງອອກຮ່ວມກັນ ເພື່ອເຮັດໃຫ້ວຽກງານໃນແຕ່ລະດ້ານໄດ້ຮັບການປັບປຸງແກ້ໄຂ ແລະ ມີປະສິດທິພາບສູງຂຶ້ນ.

ໂອກາດຂຶ້ນມີຄໍາເຫັນ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານທຸກສະຫາຍ ຈົ່ງໄດ້ເອົາໃຈໃສ່ປະຕິບັດວຽກງານແບບມີຈຸດສຸມ, ໂດຍສະເພາະ ວຽກງານສື່ມວນຊົນ ຕ້ອງຮີບຮ້ອນປັບປຸງ ຄືນໃໝ່, ສຸມໃສ່ຍົກສູງຄຸນນະພາບທາງດ້ານວິຊາສະເພາະ ເປັນຕົ້ນ ການຜະລິດຂ່າວ, ລາຍການຕ່າງໆ. ປັບປຸງພື້ນຖານວັດຖຸເຕັກນິກ ສະຖານີວິທະຍຸ ແລະ ໂທລະພາບໃຫ້ທັນສະໄໝຂຶ້ນ, ພ້ອມນັ້ນ ກໍຂຶ້ນແຜນຈັດຝຶກອົບຮົມ ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ບັນດານັກຂ່າວ-ນັກຈັດລາຍການ ໃຫ້ໄດ້ຮັບການພັດທະນາຢ່າງເຂັ້ມແຂງ, ທັນກັບຍຸກສະໄໝໄໝ່ດ້ານຂໍ້ມູນຂ່າວສານ. ເອົາໃຈໃສ່ໂຄສະນາວຽກງານການເມືອງ-ແນວຄິດ, ວຽກປາຖະກະຖາ ແລະ ໂຄສະນາ ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຢ່າງທົ່ວເຖິງ. ສືບຕໍ່ຊຸກຍູ້ການເຜີຍແຜ່ເຊື່ອມຊຶມມະຕິ (XII) ຂອງພັກ, ມະຕິ (X) ຂອງອົງຄະນະພັກແຂວງ ແລະ ການຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆໃຫ້ເຂົ້າເຖິງທຸກກຸ່ມເປົ້າໝາຍ; ພ້ອມທັງ ຮຽກຮ້ອງໃຫ້ພະນັກງານ- ລັດຖະກອນທຸກສະຫາຍ ຕ້ອງເອົາໃຈໃສ່ຄົ້ນຄວ້າຮຽນຮູ້ເອກະສານສໍາຄັນຕ່າງໆຢ່າງຕັ້ງໜ້າ, ເຊີດຊູຄວາມຮັບຜິດຊອບ ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຂອງລັດຖະກອນຢ່າງເຂັ້ມງວດ, ໂດຍສະເພາະ ການປະຕິບັດໂມງເວລາລັດຖະກອນ, ການໄປລ້າ-ມາການໃຫ້ຖືກຕາມໂມງ-ຕາມເວລາ ແລະ ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜະສິດທິຜົນສູງຂຶ້ນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa