
ເມືອງເຊໂປນສະຫລຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ
ໃນວັນທີ 27 ຕຸລາຜ່ານມານີ້ ທີ່ສະໂມສອນເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫລຸບວຽກງານການຈັດຕັ້ງ ແລະ ການປົກຄອງໄລຍະ 5 ປີ (2021-2025) ແລະ ວາງແຜນການສູ້ຊົນ 5 ປີຕໍ່ໜ້າ (2026-2030).
ທ່ານ ນາງ ພູທອງ ພົມມະຈັນ ກຳມະການປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຊີ້ໃຫ້ເຫັນວ່າ: 5 ປີຜ່ານມາ, ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດວຽກງານຈັດຕັ້ງ ແລະ ການປົກຄອງ ຕາມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ ແລະ ສາມາດບັນລຸຜົນສຳເລັດຫລາຍດ້ານ, ເປັນຕົ້ນ ໄດ້ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ສົ່ງເສີມການສຶກສາອົບຮົມ, ເຜີຍແຜ່ແນວທາງ ແລະ ມະຕິຂອງພັກ, ສ້າງຄວາມເຂົ້າໃຈເອກະພາບໃນບັນດາສະມາຊິກພັກ ແລະ ພະນັກງານ.

ການປັບປຸງກົງຈັກພັກ ແລະ ລັດ ໄດ້ດຳເນີນການຍຸບ-ໂຮມບາງກົງຈັກ ເພື່ອຫລຸດຜ່ອນຄວາມຊ້ຳຊ້ອນ, ຮັບປະກັນການນຳພາລວມສູນ ແລະ ເຮັດໃຫ້ກົງຈັກການຈັດຕັ້ງ ມີຄວາມເຂັ້ມແຂງ. ປັດຈຸບັນ ທົ່ວອົງຄະນະພັກເມືອງ ທັງໝົດມີ 145 ການຈັດຕັ້ງຮາກຖານພັກ, ມີ 12 ຄະນະພັກຮາກຖານ ແລະ 133 ໜ່ວຍພັກ, ມີ 5 ຄະນະພັກຮາກຖານຕາແສງ, 2 ຄະນະພັກຮາກຖານກອງບັນຊາການ ປກສ-ປກຊ, 3 ຄະນະພັກຮາກຖານສຳນັກງານຫ້ອງການ, 2 ຄະນະພັກຮາກຖານກຸ່ມບ້ານ, 19 ໜ່ວຍພັກຮາກຖານ ແລະ ມີ 120 ໜ່ວຍພັກຮາກຖານ ທີ່ຂື້ນກັບ.
ສຳລັບ ວຽກງານຂະຫຍາຍພັກ ຜ່ານມາ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າທັງໝົດ 467 ສະຫາຍ, ຍິງ 102 ສະຫາຍ, ຈັດຮຽນກົດລະບຽບພັກໃຫ້ເປົ້າໝາຍກຽມເຂົ້າພັກ 482 ສະຫາຍ, ຍິງ 95 ສະຫາຍ. ສາມາດຮັບມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ 473 ສະຫາຍ, ຍິງ 113 ສະຫາຍ ແລະ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ 317 ສະຫາຍ, ຍິງ 129 ສະຫາຍ.
ສ່ວນວ່າ ວຽກງານພະນັກງານ-ລັດຖະກອນ ໄດ້ເອົາໃຈໃສ່ສ້າງ ແລະ ປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ປັບປຸງການຈັດວາງພະນັກງານໃຫ້ເໝາະສົມກັບຕຳແໜ່ງງານ, ດຳເນີນການປະເມີນຜົນການປະຕິບັດງານປະຈຳປີ ແລະ ຍົກສູງຄຸນນະພາບພະນັກງານ. ດ້ານການປົກຄອງ ໄດ້ເອົາໃຈໃສ່ປັບປຸງກົງຈັກການບໍລິຫານ, ສ້າງຄວາມສາມັກຄີພາຍໃນຄະນະພັກ ແລະ ອົງການປົກຄອງ, ພ້ອມທັງສົ່ງເສີມການນຳພາ-ຊີ້ນຳໃຫ້ສອດຄ່ອງກັບພາລະບົດບາດ ແລະ ໜ້າທີ່ຂອງແຕ່ລະຂັ້ນ.
ກອງປະຊຸມຄັ້ງນີ້ ຍັງໄດ້ກຳນົດທິດທາງ ສືບຕໍ່ວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີຕໍ່ໜ້າ ໂດຍສຸມໃສ່ສືບຕໍ່ກໍ່ສ້າງພັກໃຫ້ເຂັ້ມແຂງ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ; ຍົກສູງຄວາມສາມັກຄີ, ຄວາມຮັບຜິດຊອບ ແລະ ວິໄນຂອງສະມາຊິກພັກ, ປັບປຸງກົງຈັກການຈັດຕັ້ງພັກ ແລະ ລັດໃຫ້ກະທັດຮັດ, ສົມເຫດສົມຜົນ, ຫລຸດຜ່ອນຄວາມຊ້ຳຊ້ອນ ແລະ ຍົກສູງປະສິດທິພາບການນຳພາ-ບໍລິຫານ, ເອົາໃຈໃສ່ວຽກງານພະນັກງານ-ລັດຖະກອນ, ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 2026-2030, ສ້າງແຜນຄາດຄະເນບຳລຸງ-ກໍ່ສ້າງພະນັກງານ, ຈັດວາງພະນັກງານໃຫ້ຖືກຕ້ອງ ເໝາະສົມກັບຕຳແໜ່ງງານ ແລະ ຕິດຕາມປະເມີນຜົນຢ່າງເປັນປົກກະຕິ, ສືບຕໍ່ປັບປຸງວຽກງານການປົກຄອງ, ເສີມສ້າງລະບອບປະຊາທິປະໄຕ, ຍົກສູງຄວາມຮັບຜິດຊອບ, ຄວາມໂປ່ງໃສ ແລະ ວິໄນໃນການບໍລິຫານງານ, ສົ່ງເສີມການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສືບຕໍ່ຕິດຕາມບັນດາຕົວຊີ້ບອກທີ່ຍັງບໍ່ບັນລຸ ແລະ ຜັນຂະຫຍາຍໃຫ້ບັນລຸຕາມແຜນການ, ປັບປຸງການປະສານງານ ລະຫວ່າງຄະນະພັກ, ອົງການປົກຄອງ ແລະ ຂະແໜງການຕ່າງໆໃຫ້ກົມກຽວ, ສາມັກຄີ ແລະ ມີປະສິດທິຜົນ.
