ຫຼາຍບັນຫາສຳຄັນຖືກນຳເຂົ້າຄົ້ນຄວ້າ ໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ສະໄໝສາມັນ ຄັ້ງທີ 6 ສະໄໝທີ X

   ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ ສະໄໝສາມັນ ຄັ້ງທີ 6 ສະໄໝທີ X ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 29-30 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ.

ໃນການກ່າວເປີດກອງປະຊຸມ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຊີ້ໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຕີລາຄາການຈັດຕັ້ງປະຕິບັດວຽກງານຜ່ານມາຢ່າງເລິກເຊິ່ງ ແລະຮອບດ້ານ, ການຕິດຕາມກວດກາອົງການປົກຄອງທ້ອງຖິ່ນ, ວຽກງານ ປກຊ-ປກສ, ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງວຽກງານການເຊື່ອມຊຶມມະຕິກອງປະຊຸມໃຫຍ່ຂອງພັກ, ວຽກງານກວດກາພັກ ແລະ ການເຜີຍແຜ່ແນວທາງນະໂຍບາຍ, ກວດກາຄືນຢ່າງລະອຽດຕໍ່ບັນຫາຕ່າງໆ, ເປັນຕົ້ນ ວຽກງານການໄປມາລ່າຊ້າຂອງພະນັກງານ-ລັດຖະກອນ ທີ່ຍັງມີລັກສະນະຖືເບົາ, ພ້ອມເນັ້ນໃຫ້ເອົາໃຈໃສ່ນຳພາ-ຊີ້ນຳດ້ານແນວຄິດ ເພື່ອສຶກສາອົບຮົມໃຫ້ປະຊາຊົນ ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ; ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນ ໂດຍສະເພາະ ບັນຫາໃດທີ່ເກີດຂຶ້ນຢູ່ຂົງເຂດໃດ, ບ່ອນໃດ ບັນດາສະຫາຍຜູ້ຊີ້ນໍາ ຕ້ອງຮັບຜິດຊອບໃນຂົງເຂດນັ້ນ ເປັນເຈົ້າການແກ້ໄຂ ແລະ ຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້.

ສຳລັບ ບັນຫາທີ່ນໍາເຂົ້າຜ່ານໃນກອງປະຊຸມຄັ້ງນີ້ ລວມມີ 17ບັນຫາໃຫຍ່ ເພື່ອໃຫ້ຄະນະບໍລິຫານງານພັກແຂວງ ໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນ, ພ້ອມກັນປະຕິບັດໃນຕໍ່ໜ້າໃຫ້ສໍາເລັດຕາມລະດັບຄາດໝາຍ, ໃນນີ້ ມີຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດການນໍາພາ-ຊີ້ນໍາຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໄລຍະ 3 ເດືອນ ແລະ ທິດທາງ 3 ເດືອນທ້າຍປີ 2026; ສະຫຼຸບການຈັດຕັ້ງປະຕິບັດແຜນດໍາເນີນງານຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ 1-6; ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການປີ 2027, ພ້ອມນັ້ນ ກໍມີບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3ສ້າງ ໃນໄລຍະ 9 ເດືອນ  ແລະ ທິດທາງ 3 ເດືອນທ້າຍປີ 2026; ລາຍງານແຜນພັດທະນາຕາແສງຕົວແບບ 6 ຕາແສງ ໃນ 5 ເມືອງ, ສະເໜີການປະເມີນລະບົບການເມືອງຢູ່ຂັ້ນຮາກຖານບ້ານ, ທິດທາງແຜນການ, ມາດຕະການ ແລະ ວິທີການແກ້ໄຂ ໃນ 6 ຕາແສງ, 5 ເມືອງ, ໃນນີ້ ຍັງມີການປະກອບຄໍາເຫັນຕໍ່ການພັດທະນາວຽກງານສື່ສານມ່ວນຊົນຍຸກໃໝ່ 5 ປີຂອງແຂວງ; ການລາຍງານກ່ຽວກັບການພັດທະນາຕົວເມືອງໃຫ້ມີຄວາມສະອາດ, ສີຂຽວ, ມີຄວາມສະຫງົບ ແລະ ສີວິໄລ; ວຽກງານວັດທະນະທຳ-ທ່ອງທ່ຽວ 5 ປີຂອງແຂວງ; ການພັດທະນາສີມືແຮງງານ 5 ປີ; ການສົ່ງເສີມການລົງທຶນ, ການຄ້າ ແລະການບໍລິການຢູ່ໃນເຂດເສດຖະກິດພິເສດສະຫວັນນະເຂດ; ສະພາບການຄຸ້ມຄອງການລົງທຶນພາຍໃນ, ຕ່າງປະເທດ, ໂຄງການເຊົ່າ, ສໍາປະທານຊັກຊ້າ ບໍ່ປະຕິບັດຕາມສັນຍາ ທີ່ສະເໜີສະພາຍົກເລີກ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງແຂວງ ພ້ອມແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ ແລະ ໄມ້); ແຜນຈຸດສຸມແກ້ໄຂຄວາມທຸກຍາກ, ຈັດສັນພູມລໍາເນົາ, ອາຊີບຄົງທີ່, ຜະລິດເປັນສິນຄ້າ, ກາບມອບດິນ 3 ປະເພດປ່າ; ປຶກສາຫາລື ແລະ ພິຈາລະນາຄືນກ່ຽວກັບນະໂຍບາຍສົ່ງເສີມ ແລະດຶງດູດການລົງທຶນ ຕິດພັນກັບການພັດທະນາເຂດແຄວ້ນ ໄລຍະ 5 ປີຂອງແຂວງ; ປຶກສາຫາລື ແລະ ພິຈາລະນາຄືນ ວຽກງານປຸງແຕ່ງກະສິກຳ, ອຸດສາຫະກຳ ທີ່ເປັນຕ່ອງໂສ້ການຜະລິດ ໂດຍການສົ່ງເສີມ ແລະ ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນກັບພາກພື້ນ; ປຶກສາຫາລື ແລະ ພິຈາລະນາຄືນການສົ່ງເສີມການຜະລິດພະລັງງານໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ທົ່ວສັງຄົມ ແລະກຳນົດການສ້າງແຜນທີ່ ດ້ານທໍລະນີສາດ-ແຮ່ທາດ ເພື່ອຄຸ້ມຄອງການຂຸດຄົ້ນແຮ່ທາດ ໃນ 5 ປີ ຂອງແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa