ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ລົງເຄື່ອນໄຫວຊຸກຍູ້ວຽກງານການເມືອງ-ແນວຄິດແລະເກັບກຳຫາງສຽງສັງຄົມ 4ເມືອງເປົ້າໝາຍ

 

 

 

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ລົງເຄື່ອນໄຫວຊຸກຍູ້ວຽກງານການເມືອງ-ແນວຄິດແລະເກັບກຳຫາງສຽງສັງຄົມ 4ເມືອງເປົ້າໝາຍ

ໂດຍປະຕິບັດຕາມທິດຊີ້ນຳ ທ່ານ ຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ສະນັ້ນ ມາໃນລະຫວ່າງວັນທີ 24-26 ມິຖຸນາ 2026 ນີ້, ທ່ານ ສົມໃຈ ສີສົມພອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳວຽກງານຂໍ້ມູນຂ່າວສານ ແລະ ຫາງສຽງສັງຄົມ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານການເມືອງ-ແນວຄິດ ແລະ ເກັບກຳຫາງສຽງສັງຄົມ, ວຽກງານຄຸ້ມຄອງພາຫະນະສື່ມວນຊົນ ແລະ ວຽກງານໂທລະໂຄ່ງ ຢູ່ຂັ້ນເມືອງ ແລະ ຂັ້ນບ້ານ ໃນ 4 ເມືອງ ຄື: ເມືອງນອງ, ເມືອງເຊໂປນ, ເມືອງພີນ ແລະ ເມືອງພະລານໄຊ. ໂດຍການຕ້ອນຮັບຂອງທ່ານຮອງເລຂາຄະນະບໍຫານງານພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ໃນແຕ່ລະເມືອງ.

ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ, ວຽກໂຄສະນາອົບຮົມ, ໂດຍສະເພາະ ການເກັບກໍາສະພາບຫາງສຽງສັງຄົມ, ການຄຸ້ມຄອງສື່ມວນຊົນ ແລະ ການນຳໃຊ້ໂທລະໂຄ່ງ ເຂົ້າໃນການຫັນເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ລົງສູ່ປະຊາຊົນບັນດາເຜົ່າຢູ່ຮາກຖານໃຫ້ທົ່ວເຖິງ ແລະ ທັນການ.

ຊຶ່ງຜ່ານການຊິ້ແຈ້ງ ແລະ ຕອບຄຳຖາມເຈາະຈິ້ມຢ່າງກົງໄປກົງມາຂອງບັນດາເພື່ອຮ່ວມງານ ຈາກຂົງເຂດວຽກງານດ້ານຕ່າງໆ ໂດຍໄດ້ຍົກໃຫ້ເຫັນນຫຼາຍບັນຫາ ປະກົດການຫຍໍ້ທໍ້ ທີ່ເປັນຫາງສຽງວິພາກວິຈານໃນທົ່ວສັງຄົມປະຈຸບັນ, ເປັນຕົ້ນ ສະພາບປາຕາຍທີ່ເຊລະນອງ, ສະພາບໄພເງິນເຟິ້, ບັນຫາລາຄາສິນຄ້າໃນທ້ອງຕະຫຼາດສູງ, ຄ່າກະແສໄຟຟ້າແພງ, ບັນຫາສິນຄ້າເສື່ອມຄຸນນະພາບ (ໝົດອາຍຸ), ສິນຄ້າເກືອດຫ້າມ, ບັນຫາການມົ້ວສຸມສິ່ງເສບຕິດຂອງຊາວໜຸ່ມ-ໄວໜຸ່ມ, ບັນຫາຂີ້ລັກ-ງັດແງະ, ຄາດຕະກຳ ແລະ ບັນຫາການໃຊ້ລົດໃຊ້ຖະໜົນ, ສົ່ງສຽງດັງ, ດັດແປງສະພາບລົດ ພາໃຫ້ເກີດອຸບັດຕິເຫດ. ບັນຫາຜະລິດຕະພັນສິນຄ້າກະສິກໍາຕົກຕ່ໍາ, ນອກນີ້ ຍັງມີບັນຫາຂໍ້ຂັດແຍ່ງທີ່ດິນ ດ້ານເຂດແດນ ລະຫວ່າງເມືອງຕໍ່ເມືອງ, ບ້ານຕໍ່ບ້ານແລະປະຊາຊົນກັບປະຊາຊົນ, ບັນຫາການເອົາລັດ-ເອົາປຽບ ລະຫວ່າງເຈົ້າຂອງໂຮງຈັກ-ໂຮງງານກັບປະຊາຊົນ ຕະຫຼອດຮອດຜົນກະທົບ ຈາກການປ່ອຍນ້ຳເສຍ-ນ້ໍາເປື້ອນ ແລະ ບັນຫາການລັກລອບຂຸດຄົ້ນແຮ່ທາດ ຊັບພະຍາກອນທຳມະຊາດ ທີ່ຜິດຕໍ່ລະບຽບກົດໝາຍ.

ຈາກນີ້ ຍັງມີວຽກງານການຄຸ້ມຄອງພາຫະນະສື່ມວນຊົນ ນັບທັງວຽກສະຖານີວິທະຍຸ ແລະ ວຽກໂທລະໂຄ່ງຂັ້ນເມືອງ ແລະ ຂັ້ນບ້ານ, ວຽກກວດປະເມີນຜົນໃນການຈັດຕັ້ງປະຕິບັດວຽກງານໃນໂລຍະຜ່ານມາ ເພື່ອກຽມວາງແຜນປັບປຸງແລະພັດທະນາໃນອະນາຄົດ.

ທ່ານ ສົມໃຈ ສີສົມພອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳວຽກງານຂໍ້ມູນຂ່າວສານ ແລະ ຫາງສຽງສັງຄົມ ໄດ້ມີຄຳເຫັນ ແລະ ຊີ້ແນະ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະນຳແຕ່ລະເມືອງ ເອົາໃຈໃສ່ໃນການເພີ່ມທະວີວຽກສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຢ່າງກວ້າງຂວາງ, ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂຫາງສຽງສັງຄົມຢ່າງທັນການ, ເພື່ອສ້າງຄວາມອຸ່ນອ່ຽງທຸ່ນທ່ຽງ ແລະ ເປັນເຈົ້າການໃນການຕອບໂຕ້ທຸກຖ້ອຍທຳນອງບິດເບືອນຂອງກຸ່ມຄົນບໍ່ດີ. ພ້ອມທັງປັບປຸງສະຖານີວິທະຍຸ ແລະ ຄຸ້ມຄອງລະບົບໂທລະໂຄ່ງ, ສື່ມວນຊົນໃຫ້ມີຄວາມເຂັ້ມແຂງ ເພື່ອເປັນເຄື່ອງມືອັນແຫຼມຄົມໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດລົງສູ່ຮາກຖານປະຊາຊົນຢ່າງມີປະສິດທິຜົນສູງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa