ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ປາຖະກະຖາ 3 ວັນປະຫວັດສາດ

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ປາຖະກະຖາ 3 ວັນປະຫວັດສາດ
ວັນທີ 11 ມິຖຸນາ 2026ນີ້, ຢູ່ທີ່ສະໂມສອນຫ້ອງວ່າການແຂວງ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດ ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ວາລິຍະ ສີຈັນທອງທິບ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກພັກ-ພະນັກງານ ແລະອົງການຈັດຕັ້ງມະຫາຊົນ, ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຫົວໜ້າ – ຮອງຫົວໜ້າພະແນກການ , ກົມກອງກອງ, ກຳລັງປກຊ- ປກສ, ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງເປັນຈຳນວນຫຼວງຫຼາຍ.
ໃນໂອກາດນີ້, ທ່ານ ສຸດໃຈ ໄຊຍະວົງ ໄດ້ປາຖະກະຖາວັນ ເອກະສານ ວັນເກີດທ່ານແອຣເນສໂຕເຈ ເກວາຣາ ເຊິ່ງທ່ານເກີດເມື່ອວັນທີ 14 ມິຖຸນາ 1928.
ເຈເກວາຣາ ໄດ້ຮ່ວມກັບຝ່າຍກຳລັງຂອງອາເບນ ຕໍ່ສູ້ແຕ່ບໍ່ໄດ້ຮັບຜົນ, ປະສົບການໄດ້ໃຫ້ບົດຮຽນແກ່ເພີ່ນຄື: ການບໍ່ເຊື່ອໝັ້ນຕໍ່ກຳລັງຂອງປະຊາຊົນແມ່ນຄວາມຜິດພາດ, ຖ້າປະຊາຊົນຖຶອາວຸດໃຫ້ປ້ອງກັນຊາດແລ້ວບໍ່ມີກຳລັງອັນໃດຈະມາຜ່າວົງປິດລ້ອມເຂົ້າມາປະເທດໄດ້ເດັດຂາດ ແລະ ເພີ່ນຍັງມີຄວາມເຊື່ອໝັ້ນວ່າ ມີແຕ່ກຳລັງປືນລຸກຂຶ້ນຕໍ່ສູ້ວິທີດຽວຈຶ່ງສາມາດດັບສູນພວກຈັກກະພັດໄດ້.

   ຈາກນັ້ນ, ທ່ານ ວາລິຍະ ສີຈັນທອງທິບ ຮອງເລຂາ ກໍ່ໄດ້ກ່າວປາຖະກະຖາ ວັນຢຶດອຳນາດຂອງຊາວແຂວງສະຫວັນນະເຂດ ວັນທີ 31 ພຶດສະພາ 1975 ຄົບຮອບ 51 ປີ ແລະປາຖະກະຖາວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa