ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກລົງເຄື່ອນໄຫວເກັບກຳຂໍ້ມູນ ແລະ ຕິດຕາມວຽກງານຢູ່ແຂວງສະຫວັນນະເຂດ

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກລົງເຄື່ອນໄຫວເກັບກຳຂໍ້ມູນ ແລະ ຕິດຕາມວຽກງານຢູ່ແຂວງສະຫວັນນະເຂດ
  ໃນວັນທີ 15 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ສະຫວັນນະເຂດ, ທ່ານ ນາງ ບຸນມາລີ ສິລິດາວົງ ຮອງຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳຄະນະລົງເຄື່ອນໄຫວ ແລະ ເກັບກຳຂໍ້ມູນກ່ຽວກັບວຽກງານໂຄສະນາອົບຮົມຢູ່ແຂວງສະຫວັນນະເຂດ.
ໃນໂອກາດດັ່ງກ່າວ, ຄະນະໄດ້ຮັບການຕ້ອນຮັບຈາກ ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍບັນດາຫົວໜ້າ ແລະ ຮອງຫົວໜ້າ

ຂະແໜງການພາຍໃນຄະນະໂຄສະນາອົບຮົມ ເຂົ້າຮ່ວມພົບປະ ແລະ ແລກປ່ຽນຄຳຄິດ – ຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມພາຍໃນແຂວງ, ຜົນສຳເລັດທີ່ຍາດມາໄດ້, ຊໍ້ສະດວກ – ຂໍ້ຫຍຸ້ງ ຍາກ ແລະ ທິດທາງການດຳເນີນວຽກງານໃນໄລຍະຕໍ່ໜ້າ.
ການລົງເຄື່ອນໄຫວໃນຄັ້ງນີ້ ມີຈຸດປະສົງເພື່ອຕິດຕາມ, ເກັບກຳຂໍ້ມູນຕົວຈິງ ແລະ ຮັບຟັງຄຳສະເໜີຈາກຮາກຖານ ເພື່ອນຳໄປປັບປຸງ ແລະ ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ພາຍຫຼັງຈາກສຳເລັດການພົບປະ ແລະ ແລກປ່ຽນວຽກງານກັບຄະນະໂຄສະນາອົບຮົມແຂວງແລ້ວ, ຄະນະນຳໂດຍ ທ່ານ ນາງ ບຸນມາລີ ສິລິດາວົງ ຈະສືບຕໍ່ເດີນທາງລົງເຮັດວຽກ ແລະ ເກັບກຳຂໍ້ມູນຢູ່ເມືອງສອງຄອນ ແລະ ເມືອງໄຊພູທອງ ເພື່ອຕິດຕາມສະພາບການຈັດຕັ້ງວຽກງານໂຄສະນາອົບຮົມຢູ່ຮາກຖານຕື່ມອີກ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa