ຄະນະພັກຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ສໍາເລັດ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III (ໄລຍະປີ 2026-2030)

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຄະນະພັກຮາກຖານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນ ໃນວັນທີ 5 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ. ໂດຍການເປັນປະທານຂອງສະຫາຍ ສາລີ ວິນລາວັນ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ., ໂດຍມີບັນດາສະຫາຍແຂກຖືກເຊີນ ຕະຫຼອດຮອດສະມາຊິກພັກສົມບູນທົ່ວຮາກຖານພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນການກ່າວເປີດກອງປະຊຸມຢ່າງເປັນທາງການ ສະຫາຍ ນາງ ສີສະຫວັດ ໂຄດທະວົງສາ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວ ກໍໄດ້ເນັ້ນເຖິງຄວາມໝາຍຄວາມສໍາຄັນຂອງການຫັນປ່ຽນຈິນຕະນາການ ແລະ ການຍົກສູງບົດບາດການນໍາພາຂອງພັກໃນຂົງເຂດວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ກ້າວຂຶ້ນສູ່ໄລຍະໃໝ່ ທີ່ມີຄຸນນະພາບສູງກວ່າເກົ່າ.

ໃນບົດລາຍງານການເມືອງ 2 ພາກ (ທີ່ຕີລາຄາເຖິງຜົນງານການຈັດຕັ້ງປະຕິບັດ ໃນໄລຍະປີ 2021-2025 ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ສະຫາຍ ຈັນທະລາ ແກ້ວມະນີໄຊ ຄະນະພັກຮາກຖານ ໄດ້ຍົກໃຫ້ເຫັນວ່າ ໃນໄລຍະ 5 ປີຜ່ານມາ (2021-2025), ຄະນະພັກຮາກຖານພະແນກແຮງງານສະຫວັດດີການ-ສັງຄົມແຂວງ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳພະນັກງານ-ສະມາຊິກພັກ ຍຶດໝັ້ນແນວທາງນະໂຍບາຍຂອງພັກ ແລະ ເຮັດລ້ອນໜ້າທີ່ການເມືອງ ທີ່ຖືກມອບໝາຍ. ຜົນງານອັນພົ້ນເດັ່ນ ແມ່ນວຽກງານການສຶກສາອົບຮົມການເມືອງ-ແນວຄິດ ທີ່ໄດ້ຈັດຕັ້ງເຊື່ອມຊຶມມະຕິຕ່າງໆຢ່າງເປັນລະບົບ, ວຽກງານກໍ່ສ້າງພັກ-ພະນັກງານ ຊຶ່ງສາມາດຂະຫຍາຍສະມາຊິກພັກໃໝ່ໄດ້ 29 ສະຫາຍ (ລື່ນຄາດໝາຍ); ພ້ອມນັ້ນ, ຍັງມີການປະຕິບັດວຽກງານວິຊາສະເພາະ ເຊັ່ນ: ການພັດທະນາສີມືແຮງງານ ແລະ ຈັດຫາງານທັງພາຍໃນ ແລະ ຕ່າງປະເທດ, ວຽກງານປະກັນສັງຄົມ, ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຄຸນງາມຄວາມດີຕໍ່ປະເທດຊາດ, ຜູ້ພິການ ແລະ ຜູ້ອາຍຸສູງຢ່າງທົ່ວເຖິງ, ຕະຫຼອດຮອດການຕອບໂຕ້ ແລະ ແກ້ໄຂໄພພິບັດທາງທຳມະຊາດ ພ້ອມທັງວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຍາດໄດ້ຜົນງານອັນໃຫຍ່ຫຼວງ.

ກອງປະຊຸມ ຍັງໄດ້ເປັນເຈົ້າການຕຳນິສົ່ງຂ່າວ ກໍ່ສ້າງເຊິ່ງກັນ ແລະ ກັນ, ຊີ້ໃຫ້ເຫັນຂໍ້ຄົງຄ້າງ ແລະ ສາຍເຫດ ພ້ອມຖອດຖອນບົດຮຽນ ເພື່ອເປັນບ່ອນອີງໃນການຜັນຂະຫຍາຍສູ່ມະຕິແຜນການ 5 ປີຕໍ່ໜ້າ (2026-2030) ໃຫ້ມີຄວາມເຂັ້ມແຂງກວ່າເກົ່າ. ໂດຍສະເພາະການສຸມໃສ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍົກສູງປະສິດທິພາບການບໍລິການສັງຄົມສົງເຄາະ ແລະ ແຮງງານໃຫ້ທັນສະໄໝ.

ກອງປະຊຸມ ຍັງໄດ້ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ໂດຍບັນດາສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕຢ່າງເປັນເຈົ້າການ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ຢ່າງໂປ່ງໃສ. ຊຶ່ງມີຜູ້ຮັບສະໝັກທັງໝົດ 7 ສະຫາຍ ແລະ ເລືອກເອົາ 5 ສະຫາຍ ເຂົ້າໃນໂຄງປະກອບຄະນະພັກຮາກຖານຊຸດໃໝ່.

ກອງປະຊຸມ ຄັ້ງປະຖົມມະລືກ ໄດ້ຕົກລົງເປັນເອກະພາບເລືອກເອົາ ສະຫາຍ ນາງ ສີສະຫວັດ ໂຄດທະວົງສາ ເປັນເລຂາຄະນະພັກຮາກຖານ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອີກ 1 ສະໄໝ, ສະຫາຍ ຈັນທະລາ ແກ້ວມະນີໄຊ ເປັນຮອງເລຂາ ທັງເປັນປະທານກວດກາ, ເລືອກເອົາສະຫາຍ ຄໍາພູວົງ ຊະນະມຸນຕີ, ສະຫາຍ ຈັນທະຄອນ ສີລາວີ ແລະ ສະຫາຍ ນາງ ຫອມວິໄລ ໄຊຍະບຸດສີ ເປັນກໍາມະການຄະນະພັກຮາກຖານເພື່ອສືບຕໍ່ນຳພາ-ຊີ້ນຳວຽກງານຮອບດ້ານໃນຊຸມປີຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa