ເມືອງນອງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ (ຄັ້ງທີ 7) ສະໄໝທີ XII.

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງນອງ (ຄັ້ງທີ 7) ສະໄໝທີ XII ປະຈຳ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ໄດ້ໄຂຂຶ້ນ ໃນວັນທີ 4 ພະຈິກນີ້ ທີ່ຫ້ອງປະຊຸມຊັ້ນສອງສຳນັກງານປົກຄອງເມືອງ, ໂກຍການເປັນປະທານຂອງສະຫາຍ ຈິນດາວັນ ບຸດລາສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ.

ໃນກອງປະຊຸມຄັ້ງນີ້ ສະຫາຍເລຂາພັກເມືອງນອງ ໄດ້ເນັ້ນໜັກ ແລະ ເຈາະຈີ້ມຫຼາຍບັນຫາ ໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດເກັບລາຍຮັບຢູ່ບັນດາຫົວໜ່ວຍທຸລະກິດ ພາຍໃນເມືອງ, ພ້ອມນັ້ນ ກໍໄດ້ຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ ເປັນເຈົ້າການປະກອບຄໍາຄິດຄຳເຫັນຢ່າງກົງໄປກົງມາ ແລະ ປຶກສາຫາລືຮ່ວມກັນ ໃນການແກ້ໄຂບັນຫາສຳຄັນຕ່າງໆທີ່ເກີດຂຶ້ນໃນໄລຍະຜ່ານມາພ້ອມທັງເຜີຍແຜ່ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່, ປະທານປະເທດຕໍ່ກອງປະຊຸມວຽກງານຈັດຕັ້ງ ແລະ ວຽກງານກວດກາທົ່ວປະເທດ (ຄັ້ງທີ XII), ເຜີຍແຜ່ບົດລາຍງານ ກ່ຽວກັບທິດທາງແຜນການເຄື່ອນໄຫວ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ (ຊຸດທີ V).

ສະຫາຍຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ກໍ່ໄດ້ສະຫຼຸບຕີລາຄາການຊີ້ນຳ-ນໍາພາຮອບດ້ານຂອງຄະນະບໍລິຫານງານພັກເມືອງ ຕະຫຼອດໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026, ບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ2026, ຜ່ານບົດລາຍງານການຈັດຕັ່ງປະຕິບັດແຜນງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ໃນ 9ເດືອນ ແລະທິດທາງແຜນການ 6ເດືອນທ້າຍປີ 2026, ພ້ອມນັ້ນ ຍັງໄດ້ຍົກໃຫ້ເຫັນດ້ານດີ, ຜົນງານໃນການນຳພາ-ຊີ້ນຳ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້.

ກອງປະຊຸມ ຍັງໄດ້ປະກອບຄຳຄິດ-ຄຳເຫັນຈາກບັນດາສະຫາຍ ໃນຄະນະບໍລິຫານງານພັກເມືອງຕາມຫົວຂໍ້ເຈາະຈີ້ມໃນແຕ່ລະຂົງເຂດ ໂດຍມີຄຳຕອບ ແລະ ວິທີທາງແກ້ໄຂ, ຊີ້ແຈງໃຫ້ຊັດເຈນຢ່າງພາວະວິໃສຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ, ເປັນຕົ້ນ ຕໍ່ຮ່າງບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາ ຕະຫຼອດໄລຍະ 3 ເດືອນຜ່ານມາ, ປະກອບຄຳເຫັນຕໍ່ກັບການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກເມືອງ ໃນຂອບເຂດຄວາມຮັບຜິດຊອບ ເພື່ອຊອກວິທີທາງແກ້ໄຂໃນຕໍ່ໜ້າ.

ໂອກາດຂຶ້ນໂອ້ລົມ ສະຫາຍປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ເພີມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃນຖັນແຖວພະນັກງານສະມາຊີກພັກ, ສຸມໃສ່ວຽກງານໃນ 5 ຕາແສງ. ໃນນັ້ນ ໄດ້ປະກາດໄປແລ້ວ 4 ຕາແສງ ຍັງເຫຼືອ 1 ຕາແສງຄື: ຕາແສງປະເລາະ-ອາສີງ ເຊິ່ງທາງແຂວງ ຈະໄດ້ກຳນົດເອົາຕາແສງດັ່ງກ່າວ ສ້າງໃຫ້ເປັນຕາແສງພັດທະນາຂອງເມືອງ, ເອົາໃຈໃສ່ຍົກສູງຄວາມເປັນແບບຢ່າງນຳໜ້າ, ຕິດພັນກັບການເພີ່ມທະວີຕໍ່ວຽກງານປ້ອງກັນຊາດ-ປ້ອງການຄວາມສະຫງົບ ເພື່ອຮັບປະກັນ ເຮັດໃຫ້ເມືອງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ ແລະ ປອດໄພ ໂດຍພື້ນຖານ. ສືບຕໍ່ຫັນພະນັກງານ ລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ເພື່ອແນໃສ່ເຮັດໃຫ້ຮາກຖານ ມີການຫັນປ່ຽນ ແລະ ພັດທະນາໃຫ້ດີຂຶ້ນເປັນກ້າວໆ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa