ພະນັກງານອ້ອມຂ້າງພະແນກອຸດສະຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ຮັບຟັງການເຜີຍແຜ່ແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2026-2030)

ການເຜີຍແຜ່ແຜນດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 29 ຕຸລາຜ່ານມາ ທີ່ຫ້ອງປະຊຸມ ພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ.

ທ່ານ ນາງ ໂຄຕະມີ ຈັນທະມາລິນ ຮອງຫົວໜ້າກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ ໄດ້ລາຍງານໃຫ້ ຮູ້ວ່າ ໄລຍະ 5 ປີຕໍ່ໜ້າ (2026-2030) ແມ່ນໄລຍະເວລາ ທີ່ມີຄວາມໝາຍທາງດ້ານຍຸດທະສາດສໍາຄັນຍິ່ງຕໍ່ການຟື້ນຟູ  ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ, ຂະແໜງອຸດສາຫະກຳ ແລະ ການຄ້າ ກໍໄດ້ຮັບໜ້າທີ່ເປັນກຳລັງໜູນຕົ້ນຕໍ ໃນການຂັບເຄື່ອນການຜະລິດພາຍໃນ, ສົ່ງເສີມການປຸງແຕ່ງເພື່ອສ້າງມູນຄ່າເພີ່ມ, ດັດສົມລາຄາສິນຄ້າ, ຫຼຸດຜ່ອນການນໍາເຂົ້າທີ່ບໍ່ຈຳເປັນ ແລະ ສົ່ງເສີມການສົ່ງອອກ ພາກກາງ ແລະ ພາກໃຕ້ໃຫ້ມີທ່າແຮງພິເສດດ້ານຊັບພະຍາກອນ, ກະສິກຳປຸງແຕ່ງ ແລະ ໂດຍສະເພາະ ເຂດເສດຖະກິດພິເສດ. ເຊິ່ງເປັນກາລະໂອກາດໃນການຍົກລະດັບເສດຖະກິດທ້ອງຖິ່ນ. ແຜນພັດທະນາອຸດສະຫະກຳ ແລະ ການຄ້າ 5 ປີ (2026-2030) ທີ່ສູນກາງສ້າງຂຶ້ນນີ້ ຈະບໍ່ສາມາດປະສົບຜົນສໍາເລັດໄດ້ເລີຍ ຖ້າຫາກຂາດການມີສ່ວນຮ່ວມ, ຄວາມເປັນເຈົ້າການ ແລະ ການຜັນຂະຫຍາຍຢ່າງແທ້ຈິງຂອງບັນດາແຂວງ. ດັ່ງນັ້ນ, ການເຜີຍແຜນພັດທະນາຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນການເຜີຍແຜ່ຂໍ້ຄວາມຈາກສູນກາງລົງມາສູ່ທ້ອງຖິ່ນເທົ່ານັ້ນ, ແຕ່ຈະເປັນເວທີແລກປ່ຽນແບບກົງໄປກົງມາ. ດັ່ງນັ້ນ ທ່ານຍັງຮຽກຮ້ອງມາຍັງບັນດາທ່ານຜູ້ແທນ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບ, ປະກອບຄໍາຄິດເຫັນຢ່າງພາວະວິໄສ, ຊີ້ໃຫ້ເຫັນຂໍ້ສະດວກ, ສິ່ງທ້າທາຍ ແລະຄວາມຕ້ອງການສະໜັບສະໜູນຕົວຈິງ ເພື່ອໃຫ້ສູນກາງ ແລະ ທ້ອງຖິ່ນເດີນໄປໃນທິດທາງດຽວກັນຢ່າງມີປະສິດທິຜົນ.

ຊຶ່ງການເຜີຍແຜ່ແຜນ ຍັງໄດ້ມີການນຳສະເໜີເນື້ອໃນຕົ້ນຕໍຂອງແຜນພັດທະນາອຸດສາຫະກໍາ ແລະ ການຄ້າ 5 ປີ(2026-2030), ທິດທາງຍຸດທະສາດ, ຄາດໝາຍສູ້ຊົນດ້ານເສດຖະກິດ-ການຄ້າ ແລະ ຕົວຊີ້ວັດຜົນສໍາເລັດ, ແຜນງານຈຸດສຸມ 5 ປີຂອງຂະແໜງອຸດສະຫະກຳ ແລະ ການຄ້າ ໃນຂອບເຂດທົ່ວປະເທດ. ຄຳແນະນໍາໃນການຮ່າງແຜນປະ ຕິບັດງານ ແລະ ລະບົບການລາຍງານ-ຕິດຕາມປະເມີນຜົນ ແລະ ການປຶກສາຫາລືປະກອບຄຳເຫັນ. ການລາຍງານສະພາບການ ແຕ່ລະແຂວງ. ປຶກສາຫາລືສະພາບການຈັດຕັ້ງປະຕິບັດຕົວຈິງ, ທ່າແຮງບົົ່ມຊ້ອນ, ຂໍໍ້ສະດວກ, ຂໍໍ້ຫຍຸູ້ງຍາກ ແລະ ຂໍໍ້ສະເໜີຕໍໍ່ສູນກາງ ແລະ ການສົນທະນາແລກປ່ຽນບົດຮຽນ, ຕອບຂໍໍ້ຂ້ອງໃຈ ແລະ ຊີ້ແຈງມາດຕະການແກ້ ໄຂອື່ນໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa