ພະແນກການເງິນແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ຮ່ວມມືທາງດ້ານວິຊາການ ທີ່ຕິດພັນກັບຂະແຫນງການຮ່ວມກັນ.

ການພົບປະຮ່ວມມືທາງດ້ານວິຊາການ ທີ່ຕິດພັນກັບຂະແໜງການເງິນ ລະຫວ່າງພະແນກການເງິນແຂວງສະຫວັນນະເຂດ ແລະ ພະແນກການເງິນນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນ ໃນວັນທີ 4 ພະຈິກນີ້ ທີ່ພະແນກການເງິນແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ບົວສະຫວັນ ຫຼຸຍບົວທອງ ຫົວໜ້າພະແນກການເງິນແຂວງສະຫວັນນະເຂດ ແລະ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ.

ການພົບປະຄັ້ງນີ້ ຖືວ່າເປັນການຜັນຂະຫຍາຍບົດບັນທຶກຮ່ວມມື, ມິດຕະພາບຮອບດ້ານ ລະຫວ່າງອົງການປົກຄອງແຂວງສະຫວັນນະເຂດ ກັບ ອົງການປົກຄອງນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື, ແລກປ່ຽນບົດຮຽນ ພ້ອມທັງສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃນຂົງເຂດການເງິນ-ງົບປະມານໃຫ້ກາຍເປັນຮູບປະທຳຢ່າງແທ້ຈິງ.

ໃນພົບປະຄັ້ງນີ້ ພະແນກການເງິນແຂວງສະຫວັນນະເຂດ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 10 ເດືອນຜ່ານມາໂດຍຫຍໍ້, ພ້ອມທິດທາງແຜນການ 3 ເດືອນທ້າຍປີ 2026 ທີ່ເປັນຈຸດສຸມດ້ານເສດຖະກິດຂອງແຂວງ ເພື່ອເນັ້ນໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນລະດັບ 6.5% ຕໍ່ປີ ໃນ 10 ເດືອນຜ່ານມາ ປະຕິບັດລາຍຮັບງົບປະມານໄດ້ 5.196 ຕື້ກວ່າກີບ, ເທົ່າກັບ 96.55% ຂອງແຜນການປີ ແລະ ຄາດຄະເນວ່າ ໝົດປີນີ້ ຈະສາມາດຈັດເກັບໃຫ້ໄດ້ 5.947 ຕື້ກວ່າກີບ.

ສອງຝ່າຍ ຍັງໄດ້ມີແລກປ່ຽນບົດຮຽນດ້ານວິຊາການຮ່ວມກັນຕື່ມອີກ. ໃນນີ້ ລວມມີ 5 ຫົວຂໍ້ຫຼັກຄື: ການຈັດເກັບລາຍຮັບເຂົ້າງົບປະມານ ແລະ ການຄຸ້ມຄອງຫົວໜ່ວຍທຸລະກິດເຄື່ອນຍ້າຍ ລະຫວ່າງທ້ອງຖິ່ນ, ວຽກງານຄຸ້ມຄອງລາຍຈ່າຍ ແລະ ການກະຈາຍແຜນລາຍຈ່າຍໃຫ້ຂັ້ນເມືອງກຸ້ມຕົນເອງ, ວຽກງານຄຸ້ມຄອງຊັບສິນລັດ ເຊິ່ງແຂວງສະຫວັນນະເຂດ ປະຕິບັດໄດ້ເຖິງ 135.50% ຂອງແຜນການປີ.

ວຽກງານຄຸ້ມຄອງບັນຊີ ແລະ ການອອກໃບຕິດຕາມການຖືບັນຊີ, ການຈັດຕັ້ງວຽກງານການເງິນຕາແສງ. ມາຮອດປະຈຸບັນ ແຂວງສະຫວັນນະເຂດ ສາມາດປະກາດສ້າງຕັ້ງຕາແສງສຳເລັດໄປແລ້ວ ຈຳນວນ 54 ຕາແສງ ແລະ ຍັງຈະສືບຕໍ່ຈັດຕັ້ງປະຕິບັດອີກ 13 ຕາແສງ ເພື່ອໃຫ້ສໍາເລັດໃນທ້າຍປີ 2026ນີ້.

ຈາກນັ້ນ 2 ຝ່າຍ ຍັງໄດ້ລົງນາມເຊັນບົດບັນທຶກ ວ່າດ້ວຍການຮ່ວມມືຮອບດ້ານທາງດ້ານວິຊາການ ທີ່ຕິດພັນກັບຂະແໜງການເງິນຮ່ວມກັນ ທັງນີ້ ກໍເພື່ອເປັນການຜັນຂະຫຍາຍວຽກງານດັ່ງກ່າວ ໃຫ້ປະກົດຜົນເປັນຈິງ ແລະ ບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa