ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຕ້ອນຮັບ ອຸປະທູດຊົ່ວຄາວ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ

ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຕ້ອນຮັບ ອຸປະທູດຊົ່ວຄາວ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ
    ໃນວັນທີ 2 ພະຈິກ 2026, ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງສະຫວັນນະເຂດ, ທ່ານ ທອງໃສ ໄຊຍະວົງຄຳດີ, ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເມຊິວ ວາຍ. ເອົາທ໌ເລາະ (Ms. Michelle Y. Outlaw), ອຸປະທູດຊົ່ວຄາວ ພ້ອມດ້ວຍຄະນະ ຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ.

ໃນໂອກາດດັ່ງກ່າວ, ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ທ່ານ ອຸປະທູດຊົ່ວຄາວ ພ້ອມດ້ວຍຄະນະໃນຄັ້ງນີ້, ທ່ານຍັງໄດ້ສະເໜີສະພາບການພັດທະນາເສດຖະກິດ-ສົມຄົມ ທີ່ໂດດເດັ່ນຂອງແຂວງສະຫວັນນະເຂດໃຫ້ທາງຄະນະໄດ້ຮັບຊາບ. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລືກ່ຽວກັບການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ແຂວງສະຫວັນນະເຂດ ແລະ ສະຫະລັດ ອາເມລິກາ ໃນໄລຍະຜ່ານມາ ກໍຄືທິດທາງການຮ່ວມມືໃນຕໍ່ໜ້າ.
    ຈາກນັ້ນ ທ່ານ ນາງ ເມຊິວ ວາຍ ເອົາທ໌ເລາະ (Ms. Michelle Y. Outlaw), ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ໄມຕີຈິດມິດຕະພາບຈາກການນຳແຂວງ. ພ້ອມນີ້, ທ່ານ ອຸປະທູດຊົ່ວຄາວ ໄດ້ເນັ້ນໃສ່ຄວາມສຳຄັນຂອງການຮ່ວມມືໃນວຽກງານການເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ ໂດຍສະເພາະຢູ່ເຂດພື້ນທີ່ ແຂວງສະຫວັນນະເຂດ, ເຊິ່ງລັດຖະບານສະຫະລັດ ອາເມລິກາ ໄດ້ໃຫ້ການສະໜັບສະໜູນທາງດ້ານງົບປະມານ ແລະ ການສະໜອງອຸປະກອນ, ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການສຳຫຼວດ ແລະ ເກັບກູ້ ເພື່ອຄວາມປອດໄພຂອງປະຊາຊົນບັນດາເຜົ່າ.
    ພ້ອມດຽວກັນນີ້, ທ່ານ ນາງ ເມຊິວ ວາຍ ເອົາທ໌ເລາະ (Ms. Michelle Y. Outlaw), ຍັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ອຳນາດການປົກຄອງ ແລະ ປະຊາຊົນແຂວງສະຫວັນນະເຂດ ທີ່ໄດ້ໃຫ້ການຮ່ວມມື, ອຳນວຍຄວາມສະດວກ ແລະ ສະໜັບສະໜູນຢ່າງໃກ້ຊິດ ໃນການປະຕິບັດວຽກງານຊອກຫາທະຫານອາເມລິກາທີ່ຫາຍສາບສູນ ແລະ ການຂຸດຄົ້ນອັດຖິທະຫານອາເມລິິກາ ໃນປາງສົງຄາມ ຢູ່ພື້ນທີ່ແຂວງສະຫວັນນະເຂດ ໃນໄລຍະຜ່ານມາ, ເຊິ່ງຖືເປັນໝາກຜົນສຳຄັນ ທີ່ຊ່ວຍສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຂອງທັງສອງປະເທດໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa