ສະຫະລາຊະອານາຈັກອັງກິດ(UK) ໃຫ້ການຊ່ວຍເຫຼືອ ອາຫານເສີມທາງການແພດ ເພື່ອປິ່ນປົວເດັກຂາດສານອາຫານ ຈຳນວນ 3500 ຄົນ

ສະຫະລາຊະອານາຈັກອັງກິດ(UK) ໃຫ້ການຊ່ວຍເຫຼືອ ອາຫານເສີມທາງການແພດ ເພື່ອປິ່ນປົວເດັກຂາດສານອາຫານ ຈຳນວນ 3500 ຄົນ
ທີ່ແຂວງສະຫວັນນະເຂດ, ສປປ ລາວ ໃນວັນທີ 2 ພະຈິກ 2026 ລັດຖະບານແຫ່ງສະຫະລາຊະອານາຈັກອັງກິດ(UK), ພ້ອມດ້ວຍອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ໄດ້ມອບອາຫານເສີມທາງການແພດ ຈໍານວນ 3,500 ແກັດ ໃຫ້ແກ່ລັດຖະບານລາວ, ຕາງໜ້າຮັບໂດຍກະຊວງສາທາລະນະສຸກ ແລະ ຄະນະກໍາມະການປົກຄອງແຂວງ ສະຫວັນນະເຂດ. ການມອບ-ຮັບ ດັ່ງກ່າວນີ້ ແມ່ນເປັນສ່ວນໜຶ່ງຂອງການຊ່ວຍເຫຼືອລ້າ ຈາກສະຫະລາຊະອານາຈັກອັງກິດ ລວມມູນຄ່າ 200,000 ປອນ (ຫຼື ປະມານ 268,097 ໂດຣາສະຫະລັດ), ເຊິ່ງຈະຊ່ວຍປິ່ນປົວເດັກນ້ອຍອາຍຸຕໍ່າກວ່າ 5ປີ ຈຳນວນ 3,500 ຄົນ ທີ່ມີພາວະ ຂາດສານອາຫານກະທັນຫັນຮ້າຍແຮງ. ແຂວງສະຫວັນນະເຂດແມ່ນໜຶ່ງໃນ 3 ແຂວງ ທີ່ໄດ້ຮັບການຊ່ວຍເຫຼືອ ອາຫານເສີມທາງການແພດ ຈາກສະຫະລາຊະອານາຈັກອັງກິດ ໃນປີ 2026 ນີ້, ຄຽງຄູ່ກັບ ແຂວງສາ ລະວັນ ແລະ ເຊກອງ.
    “ພາວະຂາດສານອາຫານກະທັນຫັນຮ້າຍແຮງ ແມ່ນສາມາດປິ່ນປົວໄດ້ ແລະ ບໍ່ຄວນມີເດັກນ້ອຍຄົນໃດ ໃນ ສປປ ລາວ ຕ້ອງ ເສຍຊີວິດຍ້ອນພະວະຂາດສານອາຫານດັ່ງກ່າວນີ້. ການໃຫ້ການສະໜັບສະໜູນໃນຄັ້ງນີ້ ແມ່ນຈະສາມາດຊ່ວຍເຫຼືອຊີວິດ ຂອງເດັກນ້ອຍໄດ້. ກະຊວງສາທາລະນະສຸກພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບຄູ່ຮ່ວມພັດທະນາ ເພື່ອຮັບປະກັນໃຫ້ສາ ມາດເຂົ້າເຖິ່ງເດັກທີ່ຕ້ອງການຄວາມຊ່ວຍເຫຼືອ” ກ່າວໂດຍ: ທ່ານ ປອ ວັນນະໄຊ ຊາດຕະກູນ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ.
    “ ດ້ວຍການສະໜັບສະໜູນຈາກສະຫະລາຊະອານາຈັກອັງກິດ ແລະ ອົງການສະຫະປະຊາຊາດກອງທຶນສຳລັບເດັກ ໃນຄັ້ງນີ້ແມ່ນທ່ວງທັນກັບເວລາ, ແຂວງສະຫວັນນະເຂດເປັນແຂວງທີ່ມີຈໍານວນພົນລະເມືອງສູງກວ່າແຂວງ ອື່ນໆ ຊື່ງກໍໝາຍເຖິງຈໍານວນເດັກນ້ອຍທີ່ກໍາລັງຢູ່ໃນຄວາມສ່ຽງຂາດສານອາຫານກໍມີສູງເຊັ່ນກັນ, ເຮັດໃຫ້ພະນັກງານສາທາລະ ນະສຸກຂອງພວກເຮົາ ໃນແຂວງສະຫວັນນະເຂດສາມາດເຂົ້າເຖິງເດັກນ້ອຍໄດ້ຫຼາຍຂຶ້ນດ້ວຍການບໍລິການ ປິ່ນປົວທີ່ຊ່ວຍ ຊີວິດເດັກ ທີ່ຢູ່ໃກ້ບ້ານພວກເຂົາ” ກ່າວໂດຍ: ທ່ານ. ທອງໃສ ໄຊຍະວົງຄຳດີ, ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານ ຄະນະກໍາມະການໂພຊະນາການແຂວງສະຫວັນນະເຂດ.
     ອາຫານເສີມທາງການແພດ ແມ່ນໃຫ້ພະລັງງານສູງ, ອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ເຂັ້ມຂຸ້ນ ຈຳເປັນຕໍ່ການຟື້ນຟູກາຍຂອງເດັກນ້ອຍທີ່ກໍາລັງມີພາວະຂາດສານອາຫານກະທັນຫັນຮ້າຍແຮງ(ຈ່ອຍຜອມ). ເຊິ່ງສ່ວນຫຼາຍ ຈະມັກເອີ້ນກັນວ່າ “ອາຫານພິເສດ” ເພາະບໍ່ຈຳເປັນຕ້ອງປຸງເເຕ່ງຫຍັງ ຫຼື ປະສົມກັບນໍ້າ, ສາມາດກິນໄດ້ເລີຍຈາກຊອງ. ນີ້ໝາຍຄວາມວ່າ ເດັກນ້ອຍສ່ວນໃຫຍ່ທີ່ຂາດສານອາຫານໂດຍບໍ່ມີອາການສົນຕ່າງໆ ສາມາດປິ່ນປົວຢູ່ເຮືອນ ເຮັດໃຫ້ພວກ ເຂົາຄ່ອຍໆພັກຟື້ນຢູ່ກັບຄອບຄົວຂອງພວກເຂົາ ພາຍໃຕ້ການຕິດຕາມດູແລຂອງພະນັກງານສາທາລະນະສຸກ ທີ່ໄດ້ຮັບການເຝິກ ອົບຮົມ, ແທນທີ່ ຈະນອນປິ່ນປົວຢູ່ໃນໂຮງໝໍ.
    ການປິ່ນປົວພາວະຂາດສານອາຫານກະທັນຫັນຮ້າຍແຮງ ສາມາດຊ່ວຍຊີວິດເດັກໄດ້ ແລະ ນີ້ແມ່ນໜຶ່ງໃນການລົງທຶນທີ່ມີ ປະສິດທິພາບສູງທີ່ສຸດ ຕໍ່ກັບການສ້າງອະນາຄົດຂອງເດັກນ້ອຍ. ສະຫະລາຊະອານາຈັກ ອັງກິດ (UK) ມີຄວາມ “ພາກພູມໃຈ ເປັນຢ່າງຍິ່ງທີ່ໄດ້ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ(UNICEF) ໃຫ້ການຊ່ວຍເຫຼືອລັດຖະບານແຫ່ງ ສປປ ລາວ, ກໍຄືພະນັກງານສາທາລະນະສຸກທຸກທ່ານ ໃນການເອົາໃຈໃສ່ດູແລຮັກສາເດັກນ້ອຍທີ່ມີພາວະຂາດສານ ອາຫານຢູ່ແຂວງສະຫວັນນະເຂດ” ກ່າວໂດຍ: ທ່ານ ນ. ເຈິມາຍມາ ກໍດັນ-ດັຟ, ເອກອັກຄະລັດຖະທູດ ແຫ່ງສະຫະ ລາຊະອານາຈັກອັງກິດ ປະຈຳ ສປປ ລາວ.
    ອັດຕາການຂາດສານອາຫານກະທັນຫັນ (ຈ່ອຍຜອມ) ໃນກຸ່ມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5ປີ ໃນສປປ ລາວ ໄດ້ເພີ່ມຂຶ້ນຈາກ 5.9 ສ່ວນຮ້ອຍ ໃນປີ 2011-12 ມາເປັນ 10.7 ສ່ວນຮ້ອຍ ໃນປີ 2023 ເຊິ່ງຈັດຢູ່ໃນອັນດັບ“ສູງ” ຕາມມາດຕະຖານອົງການອະນາໄມໂລກ. ສະຖານະການຢູ່ແຂວງສະຫວັນນະເຂດ ແມ່ນຍິ່ງຮ້າຍແຮງ, ເດັກນ້ອຍມີອາຍຸຕ່ຳກວ່າ 5ປີ ມີພາວະຂາດສານອາຫານກະທັນຫັນກວມອັດຕາ 16.4 ສ່ວນຮ້ອຍ ແລະ 4.3 ສ່ວນຮ້ອຍ ແມ່ນມີພາວະຂາດສານອາຫານກະທັນຫັນຮ້າຍແຮງ (LSIS-III, 2023).
ໃນລະດັບຊາດ, ຄາດວ່າຈະມີເດັກນ້ອຍປະມານ 55,000 ຄົນ ທີ່ປະສົບກັບພາວະຂາດສານອາຫານຢ່າງຮຸນແຮງ ໃນແຕ່ລະປີ, ແຕ່ມີໜ້ອຍກວ່າ 12 ສ່ວນຮ້ອຍ ທີ່ໄດ້ຮັບການປິ່ນປົວ. ນີີ້ແມ່ນຊ່ອງຫວ່າງທີ່ສຳຄັນ ເນື່ອງຈາກວ່າ ເດັກນ້ອຍທີ່ມີພາວະຂາດ ສານອາຫານກະທັນຫັນຮ້າຍແຮງ ມີຄວາມສ່ຽງທີ່ຈະເສຍຊີວິດ ສູງກວ່າ ເດັກນ້ອຍທີ່ມີສຸຂະພາບແຂງແຮງປະມານ 12 ເທົ່າ.
    “ພວກເຮົາຮູ້ສຶກຂອບໃຈເປັນຢ່າງຍິ່ງ ມາຍັງສະຫະລາຊະອານາຈັກອັງກິດ (UK) ສຳລັບການສະໜັບສະໜູນໃນຄັ້ງນີ້. ເປົ້າ ໝາຍຮ່ວມກັນຂອງພວກເຮົາແມ່ນ ເພື່ອໃຫ້ເດັກນ້ອຍທຸກຄົນໃນ ສປປ ລາວ ທີ່ມີພາວະຂາດສານອາຫານກະທັນຫັນຮ້າຍແຮງ ໄດ້ຮັບການປິ່ນປົວ ແລະ ເບິ່ງແຍງດູແລທີ່ເໝາະສົົມ ໂດຍມີການສະໜັບສະໜູນລະບົບການເງິນແຫ່ງຊາດທີ່ຍືນຍົງ.” ກ່າວໂດຍ ທ່ານ. ບີລາລ ໂອແຮັງເຊັບ ດູລຣານີ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ປະຈຳ ສປປ ລາວ.
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ເປັນຜູ້ຊ່ວຍເຫຼືອລັດຖະບານໃນການຄຸ້ມຄອງບໍລິຫານລະບົບ ສະໜອງອາຫານເສີມທາງການແພດໃນປະເທດ. ຖ້າຫາກການຈັດສົ່ງຂາດຊ່ວງພຽງເລັກນ້ອຍເດັກນ້ອຍກໍຈະຕົກ ຢູ່ໃນຄວາມ ສ່ຽງ ແລະ ຖ້າຫາກບໍ່ມີອາຫານເສີມທາງການແພດນີ້, ພະນັກງານສາທາລະນະສຸກ ຕ້ອງໄດ້ຊອກຫາທາງເລືອກອື່ນ ທີ່ບໍ່ໄດ້ ຖືກອອກແບບມາເພື່ອປິ່ນປົວພາວະຂາດສານອາຫານກະທັນຫັນຮ້າຍແຮງທີ່ມີປະສິດທິພາບຫຼຸດລົງ. ສິ່ງເຫຼົ່ານີ້ອາດຈະເພີ່ມ ຄວາມສ່ຽງເຮັດໃຫ້ອາການສົນຂອງເດັກຊຸດໂຊມລົງ ອາດຈະໄດ້ຮັບການປິ່ນປົວຢູ່ໂຮງໝໍ ຫຼື ເຖິງຂັ້ນເປັນອັນຕະ ລາຍຕໍ່ຊີວິດ.
    ພາຍຫຼັງ ພິທີມອບ-ຮັບ ໃນຄັ້ງນີ້, ຄະນະຜູ້ແທນກໍຍັງໄດ້ເດີນທາງໄປຢ້ຽມຢາມເມືອງອາດສະພານທອງ, ເຊິ່ງເປັນໜຶ່ງໃນ ເມືອງ ທີ່ໄດ້ຈັດຕັ້ງປະຕິບັດການຄຸ້ມຄອງກໍລະນີເດັກທີ່ມີພາວະຂາດສານອາຫານກະທັນຫັນຮ້າຍແຮງໃນຊຸມຊົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa