ສະຫວັນນະເຂດ, ຈັດປະຖົມນິເທດລັດຖະກອນຄູໃໝ່ ສົກຮຽນ 2025-2026 ມຸ່ງເນັ້ນຍົກສູງຄຸນວຸດທິ ແລະ ຈັນຍາບັນວິຊາຊີບຄູ.

ສະຫວັນນະເຂດ, ຈັດປະຖົມນິເທດລັດຖະກອນຄູໃໝ່ ສົກຮຽນ 2025-2026 ມຸ່ງເນັ້ນຍົກສູງຄຸນວຸດທິ ແລະ ຈັນຍາບັນວິຊາຊີບຄູ.
  ໃນວັນທີ 3 ພະຈິກ 2026 ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມໂອ້ລົມກ່ຽວກັບການປະຖົມນິເທດລັດຖະກອນຄູໃໝ່ ປະຈຳສົກຮຽນ 2025-2026 ຂຶ້ນທີ່ພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍມີທ່ານ ວາລິຍະ ສີຈັນທອງທິບ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ; ທ່ານ ປອ. ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າກົມສຶກສາກ່ອນໄວຮຽນ, ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຮອງພະແນກຄຸ້ມຄອງລັດຖະກອນກະຊວງສຶກສາ, ບັນດາຂະແໜງການ ແລະ ພາກສ່ວນທີ່ຖືກເຊີນ, ພ້ອມດ້ວຍລັດຖະກອນຄູໃໝ່ຈາກທົ່ວແຂວງເຂົ້າຮ່ວມເປັນຈຳນວນຫຼາຍ.
  ໃນໂອກາດດັ່ງກ່າວ ທ່ານ ອານຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນລາຍງານສະພາບລວມ ແລະ ຜົນການຈັດຕັ້ງປະຕິບັດວຽກງານດ້ານການສຶກສາໃນໄລຍະຜ່ານມາ ພ້ອມທັງສະເໜີໃຫ້ເຫັນເຖິງສະພາບການ, ຜົນສຳເລັດ ແລະ ທິດທາງການດຳເນີນວຽກງານໃນຕໍ່ໜ້າ,ເຊິ່ງສົກປີ 2025 – 2026 ມີລັດຖະກອນຄູໃໝ່ 255 ຄົນ,ອາຊີບຄູແມ່ນອາຊີບທີ່ມີກຽດອັນສູງສົ່ງ , ເປັນແມ່ພີມຂອງຊາດແລະເປັນຜູ້ທີ່ໃຫ້ບົດຮຽນອັນສຳຄັນແກ່ການສ້າງຊັບພະຍາກອນມະນຸດເພື່ອພັດທະນາປະເທດຊາດ ຕາມທີ່ທຸກຄົນໄດ້ເຂົ້າມາຢູ່ໃນຈຸດນີ້ແມ່ນມີສາມາສາດມີຄວາມອົດທົນ ແລະ ຕັ້ງໃຈຂອງພວກນ້ອງໆ,ກອງປະຊຸມປະຸຖົມນິເທດໃນຄັ້ງນີ້ສະພາບລວມຂອງພະແນກສຶກສາທິການແຂວງມີຄູ ແລະ ພະນັກງານລັດຖະກອນທັງໝົດ 9ພັນ 8 ຄົນ, ຍິງ 5 ພັນ 700 ກວ່າຄົນ,ຄູທີ່ເປັນລັດຖະກອນ 6 ພັນ 794 ຄົນ, ຍິງ 4 ພັນ300 ກວ່າຄົນ, ລັດຖະກອນປ້ອງກັນຊາດ 500 ກວ່າຄົນ ,ຍິງ 368 ຄົນ,ຄູອັດຕາຈ້າງຂອງແຂວງ 368 ຄົນ ຍິງ 278 ຄົນ, ແລະຄູພາກເອກະຊົນ 600 ກວ່າຄົນ ຍິງ 543 ຄົນ,ທົ່ວແຂວງມີໂຮງຮຽນທັງໝົດ 1 ພັນ 778 ແຫ່ງ , ມີໂຮງຮຽນຝາກເດັກແລະ ອະນຸບານ 495 ແຫ່ງ,ໂຮງຮຽນປະຖົມ 1 ພັນ 93 ແຫ່ງ , ໂຮງຮຽນມັດຖະຍົມຕອນຕົ້ນ 129 ແຫ່ງ , ຫ້ອງຮຽນທັງໝົດ 6 ພັນ 620 ຫ້ອງ,ຈຳນວນນັກຮຽນທົ່ວແຂວງ 1 ແສນ 74 ພັນກວ່າຄົນຍິງ 8 ພັນ765 ຄົນ,ເພື່ອເຮັດໃຫ້ການຫລຸດຜ່ອນການຂາດແຄນຄູສອນທາງພະແນກສຶກສາທິການ ແລະ ກິລາຈິ່ງໄດ້ຈັດການສອບເສັງຄູໃໝ່ຂື້ນ ເຊິ່ງມີຄູໃໝ່ສະໝັກເຂົ້າສອບເສັງຕາມແຕ່ແລະວິຊາສິດສອນມີທັງໝົດ 760 ຄົນ ເຊິ່ງມີ 3 ສູນສອບເສັງຄື : ສູນເມືອງເຊໂປນ , ສູນເມືອງ ອຸທຸມພອນ ແລະ ສູນເມືອງສອງຄອນ
   ຈາກນັ້ນ ທ່ານ ປອ. ຕຸດາວັນ ໜໍ່ເມືອງເສດ ໄດ້ໂອ້ລົມ ແລະ ໃຫ້ຄຳແນະນຳກ່ຽວກັບການປະຖົມນິເທດລັດຖະກອນຄູໃໝ່ ໂດຍເນັ້ນໃຫ້ຄູທຸກຄົນມີຄວາມເຂົ້າໃຈຕໍ່ລະບຽບການ, ນະໂຍບາຍ ແລະ ຂໍ້ກຳນົດຕ່າງໆຂອງລັດຖະກອນ, ມີຄວາມຮັບຮູ້ຕໍ່ບົດບາດ ແລະ ໜ້າທີ່ຂອງຕົນ, ພ້ອມທັງຕັ້ງໃຈປະຕິບັດວຽກງານສິດສອນຢ່າງມີຄວາມຮັບຜິດຊອບ.
ພ້ອມນີ້ ຍັງເນັ້ນໃຫ້ລັດຖະກອນຄູໃໝ່ຍຶດໝັ້ນໃນອຸດົມການ, ຮັກສາລະບຽບວິໄນ, ມີຈັນຍາບັນ ແລະ ຈັນຍາບັນວິຊາຊີບຄູ, ມີຄວາມຮັກແພງ ແລະ ເອົາໃຈໃສ່ຕໍ່ລູກສິດ, ຫ້າວຫັນຮ່ຳຮຽນພັດທະນາຄວາມຮູ້ ແລະ ທັກສະວິຊາຊີບຂອງຕົນຢູ່ສະເໝີ ເພື່ອໃຫ້ສາມາດປະຕິບັດໜ້າທີ່ການສິດສອນໄດ້ຢ່າງມີຄຸນນະພາບ ແລະ ປະສິດທິຜົນ.
ໃນຕອນທ້າຍ ທ່ານ ວາລິຍະ ສີຈັນທອງທິບ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳທິດທາງແກ່ລັດຖະກອນຄູໃໝ່ ສົກຮຽນ 2025-2026 ໂດຍເນັ້ນໃຫ້ຄູໃໝ່ທຸກຄົນຕັ້ງໃຈຮຽນຮູ້, ປັບຕົວເຂົ້າກັບສະພາບແວດລ້ອມໃນສະຖານສຶກສາ, ຍຶດໝັ້ນຕໍ່ຄວາມຮັບຜິດຊອບ, ມີຄວາມສາມັກຄີ ແລະ ປະສານສົມທົບກັບຄູອາຈານ ແລະ ພາກສ່ວນຕ່າງໆ ເພື່ອຮ່ວມກັນຍົກສູງຄຸນນະພາບການສຶກສາຂອງແຂວງໃຫ້ດີຂຶ້ນ.
   ການຈັດກອງປະຊຸມໃນຄັ້ງນີ້ ມີຄວາມສຳຄັນໃນການຊ່ວຍໃຫ້ລັດຖະກອນຄູໃໝ່ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບລະບຽບການ, ບົດບາດ ແລະ ໜ້າທີ່ຂອງຕົນ ກ່ອນກ້າວເຂົ້າສູ່ການປະຕິບັດວຽກງານຕົວຈິງ ພ້ອມທັງເປັນການວາງພື້ນຖານໃຫ້ຄູໃໝ່ສາມາດປະກອບສ່ວນໃນການພັດທະນາວຽກງານການສຶກສາຂອງແຂວງສະຫວັນນະເຂດໃຫ້ມີຄຸນນະພາບດີຂຶ້ນຢ່າງຕໍ່ເນື່ອງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa