
ສະມາຊິກພັກ ຂົງເຂດເສດຖະກິດ ພາຍໃນເມືອງວິລະບູລີ ເຊື່ອມຊຶມກົດລະບຽບພັກ (ສະໄໝທີ XII) ແລະ ມະຕິກອງປະຊຸມໃຫຍ່ (ຄັ້ງທີ XII) ຂອງພັກ
ໃນວັນທີ 29 ຕຸລານີ້ ທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຊື່ອມຊຶມກົດລະບຽບພັກ (ສະໄໝທີ XII) ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ (ຄັ້ງທີ XII) ຂອງພັກປະຊາຊົນ ປະຕິວັດລາວຂຶ້ນ.
ໂດຍການໃຫ້ກຽດເຜີຍແຜ່ຂອງສະຫາຍ ພູວະນາດ ບຸນສີພົມ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ສໍາລັບ ບັນດາເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້ ລວມມີ ກົດລະບຽບຂອງພັກ (ສະໄໝທີ XII), ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ (ຄັ້ງທີ XII) ຂອງພັກ, ມະຕິກອງປະຊຸມອົງຄະນະພັກແຂວງສະຫວັນນະເຂດ (ຄັ້ງທີ X) ແລະ ມະຕິກອງປະຊຸມອົງຄະນະພັກເມືອງວິລະບູລີ (ຄັ້ງທີ VI).
ຜ່ານການເຊື່ອມຊຶມບັນດາເອກະສານດັ່ງກ່າວ ສະມາຊິກພັກແຕ່ລະສະຫາຍ ກໍໄດ້ຮັບຮູ້ ເຂົ້າໃຈຢ່າງເລິກຊີ່ງຕໍ່ບັນດາແນວທາງນະໂຍບາຍ, ມະຕິຄຳສັ່ງ ແລະ ລະບຽບກົດໝາຍຂອງພັກ. ຊຶ່ງພ້ອມຈະນໍາໄປປັບໃຊ້ເຂົ້າໃນວຽກງານຕົວຈິງ ໂດຍສະເພາະໃນຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ເກີດມີປະສິດທິຜົນສູງຂຶ້ນ, ພ້ອມນັ້ນ ຍັງຈະໄດ້ມີການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ຍົກສູງບົດບາດການນຳພາຂອງພັກຢູ່ຂັ້ນທ້ອງຖິ່ນຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ນອກຈາກການເຊື່ອມຊຶມເນື້ອໃນຈິດໃຈກົດລະບຽບພັກ ແລະ ມະຕິກອງປະຊຸມໃຫຍ່ແລ້ວ, ສະຫາຍ ຍັງໄດ້ເນັ້ນ ແລະ ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ໃນຫຼາຍບັນຫາ. ເປັນຕົ້ນ ການຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ-ແນວຄິດ ໂດຍເນັ້ນໃຫ້ສະມາຊິກພັກແຕ່ລະສະຫາຍ ກຳແໜ້ນ ແລະ ປະຕິບັດຕາມ ຫຼັກການລວມສູນປະຊາທິປະໄຕ, ຕ້ອງປະຕິບັດລະບຽບວິໄນຂອງພັກຢ່າງເຂັ້ມງວດ, ເອົາໃຈໃສ່ກໍ່ສ້າງຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ຕິດພັນກັບວຽກງານຕົວຈິງ, ນໍາເອົາເນື້ອໃນຈິດໃຈຂອງກົດລະບຽບ ແລະ ມະຕິຄໍາສັ່ງຕ່າງໆຂອງພັກ ນໍາໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດວຽກງານວິຊາສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຫຼີກລຽງການເຮັດວຽກແບບ ຕາມເປັນຕາມເກີດ ຫຼື ປະຕິບັດໜ້າທີ່ ທີ່ຂາດການກວດກາຕິດຕາມ ແລະ ເພີ່ມທະວີຄວາມສາມັກຄີ ເປັນເອກະພາບ ຮັກສາໄດ້ຄວາມສາມັກຄີພາຍໃນໝູ່ຄະນະ, ເສີມຂະຫຍາຍບົດບາດເປັນແບບຢ່າງນຳໜ້າໃນທຸກດ້ານ ເພື່ອເປັນຈຸດສຸມ ແລະ ກຳລັງແຮງແກ່ນສານໃນການຊີ້ນຳ-ນຳພາມະຫາຊົນຢູ່ຮາກຖານທ້ອງຖິ່ນຂອງຕົນໃຫ້ຍາດໄດ້ຜົນງານໃໝ່ຍິ່ງໃຫຍ່ຫຼວງກວ່າເກົ່າ.
