ການແຂ່ງຂັນຊ່ວງເຮືອ ໃນງານບຸນປະເພນີອອກພັນສາ ປະຈຳປີ 2026 ເຮືອແພເມືອງຟ້າ ແລະ ເຮືອກຳພ້າຜີນ້ອຍ ຄວ້າແຊັມເຮືອຊ່ວງປະເພດໃຫຍ່ (55 ສີພາຍ)

ການແຂ່ງຂັນຊ່ວງເຮືອ ໃນງານບຸນປະເພນີອອກພັນສາ ປະຈຳປີ 2026 ເຮືອແພເມືອງຟ້າ ແລະ ເຮືອກຳພ້າຜີນ້ອຍ ຄວ້າແຊັມເຮືອຊ່ວງປະເພດໃຫຍ່ (55 ສີພາຍ)

ການແຂ່ງຂັນຊ່ວງເຮືອ ໃນງານບຸນອອກພັນສາ ປະຈຳປີ 2026 ໄດ້ຈັດຂຶ້ນຢ່າງຄຶກຄື້ນມ່ວນຊື່ນ ໃນວັນທີ 27 ຕຸລາ 2026 ທີ່ສາຍຂອງ ນະຄອນໄກສອນ ແຂວງສະຫວັນນະເຂດ. ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ.

ການແຂ່ງຂັນຊ່ວງເຮືອປີນີ້ ມີເຮືອປະເພດຕ່າງໆເຂົ້າຮ່ວມແຂ່ງຂັນທັງໝົດ 38 ລຳ, ໂດຍໄດ້ແບ່ງອອກເປັນ 4 ປະເພດ ເຮືອປະເພນີ ຫຼື ເຮືອເຈາະ (55 ສີພາຍ) ມີ 8 ລຳ, ປະເພດເຮືອສູດ ຫຼື ເຮືອຕິດ (55 ສີພາຍ) ມີ 5 ລຳ, ເຮືອປະເພດກາງ (35 ສີພາຍ) ມີ 8 ລຳ ແລະ ເຮືອປະເພດກິລາ (12 ສີພາຍ) ມີ 17 ລຳ.

ການແຂ່ງຂັນໃຊ້ເວລາ 2 ວັນຄື: ວັນທີ 26 ຕຸລາ ໄດ້ແຂ່ງຂັນປະເພດເຮືອກິລາ ແລະ ວັນທີ 27 ຕຸລາ ໄດ້ແຂ່ງຂັນເຮືອປະເພດກາງ ແລະ ເຮືອໃຫຍ່.

ບັນຍາກາດການແຂ່ງຂັນ ໄດ້ດຳເນີນໄປດ້ວຍຄວາມຟົດຟື້ນມ່ວນຊື່ນ, ຊຶ່ງຜ່ານການແຂ່ງຂັນຕົວຈິງ ຕະຫຼອດໄລຍະ 2ວັນຜ່ານມາ ຜົນປະກົດວ່າ: ປະເພດເຮືອກິລາ ຊະນະເລີດ ໄດ້ແກ່ເຮືອສາວນ້ອຍປະພັດສອນ ບ້ານທ່າຊະໂນ ນະຄອນໄກສອນ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 8 ລ້ານກີບ, ຮອງຊະນະເລີດ ເຮືອແກ້ວຟ້າມີໄຊ ບ້ານບຸ່ງນາດີ ເມືອງໄຊພູທອງ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 6 ລ້ານກີບ ແລະ ອັນດັບ 3 ເຮືອຫຼວງພະຄຳປິວ ບ້ານແກ້ງກອກ ເມືອງຈຳພອນ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 5 ລ້ານກີບ. ປະເພດເຮືອກາງ ຊະນະເລີດ ໄດ້ແກ່ເຮືອ ສ.ສົມເດດ 9 ຈະເລີນ ບ້ານຈອມແກ້ວ ນະຄອນໄກສອນ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 20 ລ້ານກີບ, ຮອງຊະນະເລີດ ເຮືອແກ້ວໄພລິນ ບ້ານຈອມແກ້ວ ນະຄອນໄກສອນ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 15 ລ້ານກີບ ແລະ ອັນດັບ 3 ເຮືອນາງສາວສະຫວີວັນ ບ້ານບຸ່ງນາດີ ເມືອງໄຊພູທອງ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 12 ລ້ານກີບ.

ສ່ວນການແຂ່ງຂັນເຮືອໃຫຍ່ ປະເພດເຮືອສູດ (ຕິດ) ຊະນະເລີດ ໄດ້ແກ່ເຮືອແພເມືອງຟ້າ ນະຄອນໄກສອນ ສາມາດຄອງແຊັມ ແລະ ໜ້ານ້ຳໃນປີນີ້ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 50 ລ້ານກີບ, ຮອງຊະນະເລີດ ເຮືອແກ້ວຟ້າມີໄຊ ບ້ານບຸ່ງນາດີ ເມືອງໄຊພູທອງ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 35 ລ້ານກີບ ແລະ ອັນດັບ 3 ເຮືອຮຸ່ງເຮືອງໄຊ ບ້ານທ່າດ່ານ ເມືອງໄຊພູທອງ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 15 ລ້ານກີບ.

ສຳລັບ ການແຂ່ງຂັນເຮືອໃຫຍ່ ເຮືອປະເພນີ (ເຈາະ) ຊະນະເລີດ ໄດ້ແກ່ເຮືອທ້າວກຳພ້າຜີນ້ອຍ ບ້ານທ່າຊະໂນ ນະຄອນໄກສອນ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 55 ລ້ານກີບ, ຮອງຊະນະເລີດ ເຮືອ 5 ເມສາ ປກສ ແຂວງສະຫວັນນະເຂດ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 40 ລ້ານກີບ ແລະ ອັນດັບ 3 ເຮືອຂຸນລາດເມືອງວັງ ບ້ານທ່າໂພ ເມືອງໄຊພູທອງ ໄດ້ຮັບລາງວັນຂັນ 1 ໜ່ວຍ, ພ້ອມເງິນສົດ 15 ລ້ານກີບ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa