ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ຈັດງານບຸນປະເພນີ ອອກພັນສາ-ແຂ່ງຂັນຊ່ວງເຮືອ ປະຈຳປີ 2026 ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.

ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ຈັດງານບຸນປະເພນີ ອອກພັນສາ-ແຂ່ງຂັນຊ່ວງເຮືອ ປະຈຳປີ 2026 ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.

ງານດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 27 ຕຸລາ ທີ່ສາລາແຄມຂອງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ໄກຣ ອ່ຽມຈຸລາ ຮອງຜູ້ວ່າຣາຊະການຈັງຫວັດມຸກດາຫານ (ຈາກຮາຊະອານາຈັກໄທ).
ໂອກາດກ່າວເປີດງານ ທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກໍາມະການປົກຄອງແຂວງ ໄດ້ໃຫ້ຮູ້ວ່າ: ງານບຸນປະເພນີ ອອກພັນສາ-ແຂ່ງຂັນຊ່ວງເຮືອ ປະຈຳປີ 2026 ທີ່ໄດ້ໝູນວຽນ ມາອີກໜຶ່ງວາລະ, ຊຶ່ງປະຊາຊົນບັນດາເຜົ່າ ຊາວນະຄອນໄກສອນ ກໍຄືປະຊາຊົນຊາວແຂວງສະຫວັນນະເຂດ ກໍໄດ້ເອກະພາບກັນ, ພ້ອມພຽງຮຽງໜ້າ ຈັດງານບຸນປະເພນີ ອອກພັນສາ-ແຂ່ງຂັນຊ່ວງເຮືອ ປະຈຳປີຂຶ້ນຢ່າງເປັນຂະບວນຟົດຟື້ນມ່ວນຊື່ນ ເພື່ອເປັນການສືບທອດມູນມໍລະດົກ ທັງເປັນການອະນຸລັກຮັກສາຂະນົບທຳນຽມ ຮີດຄອງປະເພນີອັນດີງາມຂອງຊາດໄວ້ໃຫ້ ຄົງຢູ່ ຄູ່ກັບປະຊາຊົນລາວຕະຫຼອດໄປ.
ງານດັ່ງກ່າວ ໄດ້ຈັດຂຶ້ນ ໃນທ່າມກາງບັນຍາກາດ ທີ່ປວງຊົນລາວບັນດາເຜົ່າ ຊາວນະຄອນໄກສອນ ກໍຄືຊາວແຂວງສະຫວັນນະເຂດ ພວມກຳລັງອອກແຮງແຂ່ງຂັນກັນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງສູນກາງພັກ, ຄັ້ງທີ X ຂອງອົງຄະນະພັກແຂວງ ໃຫ້ປະກົດຜົນເປັນຈິງ, ທັງເປັນການຈັດກິດຈະກໍາ ເພື່ອສົ່ງເສີມເສດຖະກິດ-ການຄ້າ, ການບໍລິການ ແລະ ການທ່ອງທຽ່ວພາຍໃນແຂວງໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ເພື່ອເປັນການດຶງດູດເອົານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງສະຫວັນນະເຂດໃຫ້ຫຼາຍຂຶ້ນ, ພ້ອມທັງເປັນການກະຕຸ້ນເສດຖະກິດຂອງແຂວງໃຫ້ມີການເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ທ່ານຍັງໃຫ້ຮູ້ຕື່ມອີກວ່າ ຈັງຫວັດມຸກດາຫານ ແລະ ແຂວງສະຫວັນນະເຂດ ເປັນບ້ານໃກ້ເຮືອນຄຽງ ທີ່ມີຮີດຄອງປະເພນີ, ພາສາປາກເວົ້າ ຄ້າຍຄືກັນ ສາມາດເຂົ້າໃຈກັນໄດ້. ຜ່ານມາ 2 ແຂວງສະຫັວນນະເຂດ ແລະ ຈັງຫວັດມຸກດາຫານ ກໍໄດ້ມີການພົວພັນຮ່ວມມືກັນຫຼາຍດ້ານ, ເປັນຕົ້ນ ດ້ານເສດຖະກິດ, ການຄ້າ, ດ້ານຄົມມະນາຄົມ, ດ້ານການສຶກສາ-ກິລາ, ດ້ານວັດທະນະທໍາ-ຮີດຄອງປະເພນີ, ດ້ານການບໍລິການ, ການທ່ອງທ່ຽວ ແລະອື່ນໆ ໂດຍມີຂົວມິດຕະພາບແຫ່ງທີ II ສະຫວັນນະເຂດ-ມຸກດາຫານ ທີ່ເປັນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ, ອັນເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ 2 ແຂວງ ນັບມື້ຂະຫຍາຍຕົວ ແລະ ງອກງາມຂຶ້ນໄປເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa