
ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ປະກາດການຈັດຕັ້ງຫົວໜ້າຄະແໜງ,ຮອງຂະແໜງ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານອົງການຈັດຕັ້ງມະຫາຊົນ.
ໃນຕອນບ່າຍວັນທີ 29 ເມສາ 2026, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານໃນຕຳແໜ່ງບໍລິຫານ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານອົງການຈັດຕັ້ງມະຫາຊົນ ຢ່າງເປັນທາງການ. ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ ພູລຳພອນ ສີຫາວົງ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ທັງເປັນຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ມີຄະນະພັກຮາກຖານ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ໄດ້ມີການຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເຊິ່ງໃນນີ້ ທ່ານ ຈຳປີ ອໍລະວັນ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຂະແໜງໂຄສະນາປາຖະກະຖາ-ເຄື່ອນທີ່, ທ່ານ ນາງ ເຫຼົາຄຳ ດວງໄກສອນ ໄດ້ຮັບການແຕ່ງຕັ້ງເປັນຮອງຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ. ທ່ານ ໄຊສົມບັດ ອິນທິຈັກ ໄດ້ຮັບການສັບຊ້ອນຈາກວິຊາການຂະແໜງໂຄສະນາປາຖະກະຖາ-ເຄື່ອນທີ່ ມາເປັນວິຊາການຂະແໜງບໍລິຫານ-ຈັດຕັ້ງ ແລະ ກວດກາ.
ພ້ອມກັນນັ້ນ, ຍັງໄດ້ມີການບົ່ງຕົວແຕ່ງຕັ້ງຄະນະປະທານສະຫະພັນແມ່ຍິງ ແລະ ຄະນະບໍລິຫານງານຊາວໜຸ່ມຮາກຖານ ເພື່ອສືບຕໍ່ນຳພາຊີ້ນຳ ຂະບວນການຂອງຕົນໃຫ້ມີຄວາມບຸກທະລຸ. ສຳລັບຄະນະປະທານສະຫະພັນແມ່ຍິງຮາກຖານປະກອບມີ ທ່ານ ນາງ ດວງມາລາ ໄຊປັນຍາ ເປັນປະທານ, ທ່ານ ນາງ ລິຈັນ ນາມມົນຕີ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ທ່ານ ນາງ ສຸລິພອນ ເພັງພະຈັນ ເປັນກຳມະການ. ໃນສ່ວນຂອງຄະນະບໍລິຫານງານ ຊປປລ ໜ່ວຍຊາວໜຸ່ມຮາກຖານແມ່ນປະກອບມີ ສະຫາຍ ອານຸສັກ ມາຜາງວົງ ເປັນເລຂາຮາກຖານ, ສະຫາຍ ອັກສອນສິນ ພົມມະຈັນ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ສະຫາຍ ພູຊອນ ແກ້ວມຸງຄຸນ ເປັນກຳມະການ.
ໃນໂອກາດອັນສະຫງ່າລາສີນີ, ທ່ານ ປອ ພູລຳພອນ ສີຫາວົງ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການປັບປຸງກົງຈັກການຈັດຕັ້ງ ເຊິ່ງທ່ານໄດ້ກ່າວບາງຕອນທີ່ສຳຄັນວ່າ: ການປັບປຸງການຈັດຕັ້ງໃນຄັ້ງນີ້ ແມ່ນວຽກງານປົກກະຕິ ພາຍຫຼັງທີ່ມີການປະເມີນຜົນການເຄື່ອນໄຫວໃນໄລຍະຜ່ານມາ ເພື່ອເຮັດໃຫ້ຕຳແໜ່ງທີ່ວ່າງຢູ່ມີຄວາມຄົບຖ້ວນ ແລະ ສາມາດປະຕິບັດພາລະບົດບາດໄດ້ຢ່າງເຕັມສ່ວນ. ຜູ້ທີ່ໄດ້ຮັບການແຕ່ງຕັ້ງແມ່ນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກມະຫາຊົນ ແລະ ຄະນະພັກ ໂດຍຜ່ານຂັ້ນຕອນການທາບທາມຢ່າງລະອຽດ.
ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ທົ່ວຄະນະໂຄສະນາອົບຮົມແຂວງ ເອົາໃຈໃສ່ບາງບັນຫາຄື: ຕ້ອງມີຄວາມຮັບຜິດຊອບສູງ, ມີຄວາມທຸ່ນທ່ຽງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ນຳພາໝູ່ຄະນະຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດ. ຕ້ອງເປັນເຈົ້າການໃນການສຶກສາອົບຮົມແນວຄິດໃຫ້ແກ່ມະຫາຊົນ ແລະ ສະມາຊິກພັກ ໃຫ້ເຂົ້າໃຈເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ. ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີການສະຫຼຸບຖອດຖອນບົດຮຽນ ແລະ ສ່ອງແສງລາຍງານຢ່າງເປັນປົກກະຕິ. ທຸກຂະແໜງການຕ້ອງຫັນເອົາມະຕິ ແລະ ແນວທາງມາເປັນແຜນການ, ໂຄງການ ແລະ ກິດຈະກຳທີ່ລະອຽດ ເພື່ອໃຫ້ສາມາດປະເມີນຜົນໄດ້ຢ່າງຊັດເຈນ.
