ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດກອງປະຊຸມສ່ອງແສງວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນ ມີນາ  2026

ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ, ຈັດກອງປະຊຸມສ່ອງແສງວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນ ມີນາ  2026

ໃນຕອນເຊົ້້າຂອງວັນທີ 17 ມີນາ 2026 ຜ່ານມາ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດກອງປະຊຸມສ່ອງແສງວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນ ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສົມໃຈ ສີສົມພອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນໍາວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ມີຫົວໜ້າຂະແໜງພ້ອມດ້ວຍພະນັກງານວິຊາການຂອງຂະແໜງສັງລວມຫາງສຽງສັງຄົມເຂົ້້າຮ່ວມ, ມີຄະນະກໍາມະການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງເຂົ້າຮ່ວມທັງໝົດ 39  ສະຫາຍ, ຍິງ 10 ສະຫາຍ. ຜ່ານການລາຍງານຂອງຄະນະກໍາມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ສາມາດເກັບກໍາຫາງສຽງຂອງພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດເຖິງພໍ່ແມ່ປະຊາຊົນມີຢູ່ 5 ຫາງສຽງ, ເຊິ່ງຫາງສຽງທີ່ໄດ້ຮັບການສ່ອງແສງທັງ 5 ຫາງສຽງ ແມ່ນໄດ້ຮັບການແກ້ໄຂຈາກພາກສ່ວນທີ່ກ່ຽວຂ້ອງແລ້ວ. ຈາກນັ້ນ  ປະທານກອງປະຊຸມກໍ່ໄດ້ມີທິດຊີ້ນໍາ ຕໍ່ກອງປະຊຸມ ພ້ອມຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ແລະ ທ່ານກໍ່ຍັງໄດ້ເນັ້ນໃຫ້ຄະນະກໍາມະການເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ເອົາໃຈໃສ່ສະຫຼຸບສັງລວມບັນດາຫາງສຽງຕ່າງໆ ເພື່ອນໍາມາແກ້ໄຂໃນເດືອນຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa